ບໍລິສັດ ອາຊີ-ໂປຕາສ ສາກົນມອບເງິນ 300 ລ້ານກີບ ເພື່ອຊ່ວຍປັບປຸງຊິວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກຢູ່ ສປປ ລາວ ໂດຍສະເພາະຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍໃນບັນດາແຂວງ, ເຂດ, ບ້ານ ທີ່ຖືກໄພນໍ້າຖ້ວມ, ລວມທັງສ້ອມແປງເຮືອນ ແລະ ໂຮງຮຽນ; ປະກອບສ່ວນເຄື່ອງມືການແພດ (ເຄື່ອງຊ່ວຍຫາຍໃຈ ຫ້ອງ ICU) ແລະ ຢາປົວພະຍາດໃຫ້ ໂຮງໝໍ ແລະ ສຸກສາລາ; ມອບທຶນການສຶກສາໃຫ້ນັກຮຽນເກັ່ງຈາກຄອບຄົວທຸກຍາກຂາດເຂີນ ແລະ ແຜນຊຸກຍູ້ປະກອບສ່ວນທົ່ວສັງຄົມອື່ນໆ.
ການມອບເງິນຈໍານວນດັ່ງກ່າວແມ່ນມອບທີ່ງານການກຸສົນເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຢູ່ເຂດຫ່າງໄກຊອກຫຼີກທີ່ໄດ້ຈັດຂຶ້ນ ເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ ແລະ ໃຫ້ກຽດເຂົ້າຮ່ວມມອບໃບກຽດຕິຄຸນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍບັນດາຄອບຄົວການນໍາ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ, ບໍລິສັດ, ຫ້າງ, ຮ້ານ ແລະ ຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມ.