ບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ ສົນໃຈລົງທຶນພັດທະນາ 3 ໂຄງການ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ປະກອບມີໂຄງການພັດທະນາເຂດອຸດສາຫະກຳ ຢູ່ເຂດບ້ານກ້ວຍອຸດົມໃນເນື້ອທີ່ 1,042 ເຮັກຕາ, ໂຄງການພັດທະນາ ການກໍ່ສ້າງສະໜາມກ໋ອບຄົບວົງຈອນ ແລະ ບັນດາກິດຈະການທີ່ຕິດພັນ ຢູ່ເຂດອ່າງຫ້ວຍສຽດໃນເນື້ອທີ່ 170 ກວ່າເຮັກຕາ ແລະ ໂຄງການພັດທະນາ ການສ້າງເຂດທ່າເຮືອທີ່ທັນສະໄໝ ແລະ ທ່ອງທ່ຽວທາງນ້ຳເຂດບ້ານປາກຊັນ ໃນເນື້ອທີ່ 70 ເຮັກຕາ.
3 ໂຄງການດັ່ງກ່າວນີ້ຍັງຢູ່ໃນຂັ້ນຕອນການສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ໂດຍຈະໃຊ້ເວລາ 12 ເດືອນ.
ພິທີເຊັນສັນຍາກ່ຽວກັບການອະນຸຍາດໃຫ້ບໍລິສັດ ອິນແປງກຣຸບ ສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ໃນ 3 ໂຄງການນີ້ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ ເມືອງປາກຊັນ, ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ແອັດ ພັນນີວົງ ອໍານວຍການບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ, ໂດຍການເຂົ້າຮ່ວມຂອງ ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄໍາໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ແຫຼ່ງຂໍ້ມູນຂ່າວ-ພາບ: ສີປະເສີດ