Vientiane Times Lao
ບໍລິສັດ ແຟຊັ່ນ Elise ຊ່ວຍເຫຼືອເຄື່ອງນຸ່ງຫົ່ມກັນໜາວສໍາລັບ​ແມ່ຍິງຄອບ​ຄົວທຸກຍາກ ຢູ່ ລາວ

ບໍລິສັດ ແຟຊັ່ນ Elise ຊ່ວຍເຫຼືອເຄື່ອງນຸ່ງຫົ່ມກັນໜາວສໍາລັບ​ແມ່ຍິງຄອບ​ຄົວທຸກຍາກ ຢູ່ ລາວ

ບໍລິສັດ ແຟຊັ່ນ Elise ຈຳກັດ ສສ ຫວຽດນາມ ເປັນບໍລິສັດ ຜະລິດເຄື່ອງນຸ່ງທີ່ມີຄຸນນະພາບ ແລະ ມີຮ້ານຂາຍຢູ່ທົ່ວປະເທດຫວຽດນາມໄດ້ມອບເຄື່ອງ​ປະເພດເຄື່ອງນຸ່ງຂອງແມ່ຍິງເພື່ອນຸ່ງຫົ່ມໃນລະດູໜາວ ຈຳນວນ 5.321 ໂຕ, ລວມມູນຄ່າຫຼາຍກວ່າ 10 ຕື້ດົ່ງ (ສະກຸນເງິນ​ຫວຽດນາມ)​ ເພື່ອ​ໄປ​ແຈກ​ຢາຍໃຫ້ປະຊາຊົນທີ່ທຸກຍາກຢູ່ ສ​ປ​ປ ລາວ. ການຊ່ວຍເຫຼືອໃນຄັ້ງນີ້ເປັນຄັ້ງທີ 2 ທີ່ບໍລິສັດດັ່ງກ່າວໄດ້ຊ່ວຍເຫຼືອ.

ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 22 ສິງຫາ 2023 ທີ່ຜ່ານມາ ຢູ່ສະຖານທູດ​ລາວ ປະຈຳ ຢູ່ ປະເທດຫວຽດນາມໂດຍມີທ່ານ ຈັນທະພອນ ຄໍາມະນີຈັນ ທີ່ປຶກສາ ຮອງຫົວໜ້າສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ Tokuo Yotaro, ຜູ້ອຳນວຍການບໍລິຫານ (Principal) ບໍລິສັດ ແຟຊັ່ນ Elise ຈຳກັດ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມ.

​ຂໍ້ມູນ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

Related Articles

Leave a Reply