ບໍລິສັດ ແອລເອັສ ລົງທຶນ 500 ຕື້ກີບເພື່ອສ້າງໂຮງງານຜະລິດແປ້ງມັນຕົ້ນຢູ່ເມືອງນານ ແຂວງຫຼວງພະບາງ, ໂຮງງານມີເຄື່ອງຈັກທຳການຜະລິດທີ່ທັນສະໄໝ ຈຳນວນ 2 ເຄື່ອງມີກຳລັງການຜະລິດ 600 ໂຕນ/ມື້ ແລະ ສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນຂົງເຂດຫຼາຍກວ່າ 400 ຄົນ.
ທ່ານ ສົມຊາຍ ດວງຈະເລີນ ປະທານບໍລິສັດ ແອລເອັສ ການຄ້າຂາອອກ-ຂາເຂົ້າຈຳກັດ ເຈົ້າຂອງໂຮງງານຜະລິດແປ້ງມັນຕົ້ນ ໄດ້ແຈ້ງໃຫ້ຮູ້ກ່ຽວກັບໂຮງງານດັ່ງກ່າວວ່າ: ໂຮງງານໄດ້ເລີ່ມຕົ້ນກໍ່ສ້າງງານໃນເດືອນ ມິຖຸນາ 2022 ໂດຍໃຊ້ເວລາກໍ່ສ້າງສຳເລັດ 14 ເດືອນ, ມີເນື້ອທີ່ທັງໝົດ 61 ເຮັກຕາ ໂດຍແບ່ງອອກເປັນ 3 ເຂດ ຄື: ເຂດທຳການຜະລິດ ມີໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານຜະລິດອາຫານສັດ ແລະ ຝຸ່ນ, ເຂດບໍາບັດນໍ້າເສຍ ແລະ ຜະລິດໄບໂອແກັສ ແລະ ເຂດຫ້ອງການ, ຫໍພັກພະນັກງານ-ກຳມະກອນ. ໂຮງງານມີເຄື່ອງຈັກທຳການຜະລິດທີ່ທັນສະໄໝ ຈຳນວນ 2 ເຄື່ອງ, ມີກຳລັງການຜະລິດ 300 ໂຕນ/ມື້/ເຄື່ອງ, ລວມສອງເຄື່ອງຜະລິດໄດ້ 600 ໂຕນ/ມື້. ນອກນີ້ ຍັງມີເຄື່ອງຈັກທໍາການຜະລິດສິ່ງເສດເຫຼືອຂອງມັນຕົ້ນດິບ ເປັນອາຫານສັດ, ຝຸ່ນ ແລະ ໃບໂອແກັສ.
ທ່ານ ສົມຊາຍ ແຈ້ງໃຫ້ຮູ້ຕື່ມວ່າ: ໂຮງງານມີຄວາມຕ້ອງການມັນຕົ້ນດິບ ເພື່ອທຳການຜະລິດ 2.400 ໂຕນ/ມື້; ໂຮງງານມີພະນັກງານ-ກຳມະກອນທັງໝົດ 450 ຄົນ, ເຮັດວຽກ ເປັນເວລາ 3 ຜຽນ/ມື້, ຜຽນລະ 8 ຊົ່ວໂມງ, ແຜນການການຜະລິດ ແລະ ສົ່ງອອກແປ້ງມັນຕົ້ນ ໃນປີ 2023-2024 ຈໍານວນ 108.000 ໂຕນ, ໂດຍມີຄວາມຕ້ອງການມັນຕົ້ນດິບ 432.000 ໂຕນ ຊຶ່ງມູນຄ່າການສົ່ງອອກແປ້ງມັນຕົ້ນຈໍານວນດັ່ງກ່າວ ປະມານ 378 ລ້ານຢວນ; ຕະຫຼາດທີ່ຈະສົ່ງອອກຫຼັກແມ່ນ ສປ ຈີນ; ມັນຕົ້ນດິບ ທີ່ຈະສະໜອງໃຫ້ແກ່ໂຮງງານ ຕົ້ນຕໍແມ່ນມາຈາກແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ໂດຍສະເພາະ ມັນຕົ້ນທີ່ບໍລິສັດ ໄດ້ສົ່ງເສີມປະຊາຊົນປູກ ດ້ວຍຮູບການເອົາແນວພັນແຈກຢາຍໃຫ້ປະຊາຊົນປູກ ແລ້ວຂາຍຜົນຜະລິດມັນຕົ້ນດິບໃຫ້ບໍລິສັດເກັບຊື້ຄືນ ໂດຍມີສັນຍາຜູກພັນຊື້-ຂາຍມັນຕົ້ນດິບຮ່ວມກັນ ເພື່ອຮັບປະກັນໃຫ້ໂຮງງານມີວັດຖຸດິບສະໜອງໃຫ້ແກ່ການຜະລິດພຽງພໍ. ນອກນັ້ນ ທາງໂຮງງານ ຈະໄດ້ເກັບຊື້ທົ່ວໄປກັບຊາວກະສິກອນ ທີ່ບໍ່ໄດ້ເຂົ້າຮ່ວມໃນໂຄງການຕື່ມອີກ. ສະເພາະປີ 2023 ເນື້ອທີ່ປູກມັນຕົ້ນ ຢູ່ພາຍໃນແຂວງຫຼວງພະບາງ ທີ່ບໍລິສັດໄດ້ມີຂໍ້ຜູກພັນສັນຍາ ທັງໝົດ 5.479 ເຮັກຕາ.
ພິທີເປີດໂຮງງານດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເຈົ້າແຂວງ ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.