ບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ກໍ່ໄດ້ຕີລາຄາສູງວ່າ ສປປ ລາວ ມີມາດຕະການປ້ອງກັນແຕ່ຫົວທີໄດ້ດີ ຈຶ່ງສາມາດ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ຂະຫຍາຍອອກສູ່ວົງກວ້າງ, ພາຍຫຼັງທີ່ບໍ່ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ນັບແຕ່ ວັນທີ 12 ເມສາ 2020 ເປັນຕົ້ນມາ.
ມາຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດພຽງແຕ່ 19 ຄົນເທົ່ານັ້ນ ໃນນີ້ໄດ້ຮັບການປິ່ນປົວຫາຍດີ ອອກໂຮງໝໍແລ້ວ 8 ຄົນ, ສ່ວນທີ່ເຫຼືອ 11 ຄົນ ແມ່ນມີອາການຂັ້ນເບົາບາງ ທີ່ກຳລັງປິ່ນປົວຢູ່ໂຮງໝໍມິດຕະພາບ, ເຊິງສະແດງໃຫ້ເຫັນວ່າ ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາໄດ້ຜ່ອນຄາຍລົງແດ່ແລ້ວ, ຄົນລາວຜູ້ໄປອອກແຮງງານຢູ່ຕ່າງປະເທດ ທີ່ກັບຄືນມາລາວໃນໄລຍະນີ້ ກໍ່ໄດ້ມີຈຳນວນຫຼຸດລົງ ແລະ ສູນຈຳກັດບໍລິເວນເພື່ອຕິດຕາມອາການກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ.
ລັດຖະບານ ໄດ້ອອກແຈ້ງການໃນມື້ວານນີ້ ໂດຍຮຽກຮ້ອງມາຍັງທຸກຄົນ, ທຸກພາກສ່ວນໃນສັງຄົມ ບໍ່ຄວນນິ້ງນອນໃຈໃນການປະຕິບັດຄໍາສັ່ງນາຍົກລັດຖະມົນຕີເລກທີ 06/ນຍ. ນອກນັ້ນ ກໍ່ບໍ່ຕ້ອງເພິ່ງພໍໃຈຈົນເກີນໄປຕໍ່ຜົນສຳເລັດທີ່ໄດ້ປະຕິບັດຜ່ານມາ ແລະ ໃຫ້ຕີລາຄາວ່າຜົນສຳເລັດອັນນັ້ນ ເປັນເບື້ອງຕົ້ນເທົ່ານັ້ນ, ໃນຕໍ່ໜ້າ ພວກເຮົາອາດຈະມີຄວາມສ່ຽງສູງຕໍ່ກັບການລະບາດ ຂອງພະຍາດດັ່ງກ່າວອີກຮອບໃໝ່.
ອີງຕາມການລາຍງານ ຂອງຄະນະສະເພາະກິດ ກ່ຽວກັບການລະບາດຂອງພະຍາດ ໂຄວິດ-19 ຕໍ່ລັດຖະບານ ແລະ ກົມການເມືອງສູນກາງພັກ, ລັດຖະບານຈຶ່ງໄດ້ຕົກລົງ ແລະ ຊີ້ນໍາໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ໃນຕໍ່ໜ້າ ໃນນີ້ລວມມີ ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ດ້ວຍຄວາມເປັນເຈົ້າການ, ໃຫ້ຖືການຊີ້ນໍາ-ນໍາພາໃນການແກ້ໄຂວຽກງານດັ່ງກ່າວນີ້ ເປັນວຽກ ສຳຄັນ ແລະ ເປັນບູລິມະສິດກ່ອນໝູ່ໃນໄລຍະນີ້.
ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ສືບຕໍ່ປະຕິບັດເຂັ້ມງວດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.
ໃຫ້ຄະນະສະເພາະກິດ, ອົງການປົກຄອງ ທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ໃນຮູບແບບທີ່ເຂົ້າໃຈງ່າຍເພື່ອເອົາມາເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວຫຼອກລວງ, ຂ່າວລື, ຂ່າວອະກຸສົນ, ຂ່າວປອມ ແລະ ຂ່າວປັ່ນປ່ວນ.
ຂ່າວ: ວຽງຈັນທາຍ
ພາບ: ໜັງສືພິມຈໍາປາໃໝ່