ຕະຫຼອດ 19 ປີທີ່ຜ່ານມາ ບໍ່ຄຳ-ທອງ ເຊໂປນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍການມອບພັນທະໃຫ້ສປປ ລາວໂດຍກົງຫຼາຍກວ່າ
1,6 ຕື້ໂດລາ ແລະ ສ້າງຜົນປະໂຫຍດທາງອ້ອມຫຼາຍຮ້ອຍລ້ານໂດລາ.
ເນື່ອງໃນໂອກາດສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມອບໂລ້-ລາງວັນທຸລະກິດຊັ້ນນຳດີເດັ່ນ ໃຫ້ແກ່ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນ ລິມິເຕັດ (ລຊມລ) ເພື່ອຮັບຮູ້ການປະກອບສ່ວນສຳຄັນຂອງບໍ່ຄຳ-ທອງ ເຊໂປນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນປີ 2022 ເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ ໄດ້ໃຫ້ຮູ້ວ່າ: ນັບຕັ້ງແຕ່ດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003, ບໍ່ຄຳ-ທອງ ເຊໂປນ ໄດ້ຜະລິດຄຳຫຼາຍກວ່າ 1,5 ລ້ານ ອອນສ ແລະ ຜະລິດແຜ່ນທອງຫຼາຍກວ່າ 1,1 ລ້ານໂຕນ ອັນໄດ້ປະກອບສ່ວນລາຍຮັບໂດຍກົງຫຼາຍກວ່າ 1,6 ຕື້ໂດລາ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ຄ່າພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ.
ນອກຈາກນັ້ນ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມຫຼາຍຮ້ອຍລ້ານໂດລາ ດ້ວຍການສ້າງວຽກເຮັດງານທຳ, ຜ່ານການຝຶກອົບຮົມຕ່າງໆ, ການພັດທະນາຊຸມຊົນ ແລະ ການຈ່າຍເງິນໃຫ້ແກ່ ຄູ່ຮ່ວມທຸລະກິດ ແລະ ຜູ້ສະໜອງທ້ອງຖິ່ນ. ລຊມລ ໄດ້ລົງທຶນປະມານ 50 ລ້ານໂດລາ ໃສ່ການພັດທະນາໂຄງລ່າງພື້ນຖານແຫ່ງຊາດ ແລະ ທ້ອງຖິ່ນ, ປະກອບສ່ວນ 56 ລ້ານໂດລາ ໃສ່ການເກັບກູ້ລະເບີດບໍ່ທັນແຕກ ແລະ ຫຼາຍລ້ານໂດລາ ເຂົ້າໃນການອະນຸລັກ ມໍລະດົກທາງດ້ານວັດທະນະທຳ ແລະ ແຜນງານອື່ນໆ. ສະເພາະປະຊາຊົນເມືອງວິລະບູລີ ແຂວງສະຫວັນນະເຂດ ຫຼາຍກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງການພັດທະນາຊຸມຊົນຂອງ ໂຄງການຄຳ-ທອງ ເຊໂປນ ລວມມູນຄ່າ 20 ລ້ານໂດລາ. ມາຮອດປັດຈຸບັນ, ລາຍໄດ້ຂອງຊຸມຊົນທ້ອງຖິ່ນຜ່ານກຸ່ມທຸລະກິດທ້ອງຖິ່ນໄດ້ເພີ່ມຂຶ້ນເປັນ 50 ລ້ານໂດລາ ຕະຫຼອດອາຍຸການສຳປະທານບໍ່ແຮ່ຄຳ-ທອງ ເຊໂປນ.
ທ່ານ ສະໝານ ອະເນກາ ກ່າວຕື່ມວ່າ: “ພວກເຮົາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນຖານະຄູ່ຮ່ວມພັດທະນາ ຢູ່ ໃນ ສປປ ລາວ.”