Vientiane Times Lao
ບໍ່ແກ້ວ ທໍາລາຍຢາເສບຕິດ 18,249 ກິໂລກຣາມ

ບໍ່ແກ້ວ ທໍາລາຍຢາເສບຕິດ 18,249 ກິໂລກຣາມ

ອໍານາດການປົກຄອງແຂວງບໍ່ແກ້ວ ໄດ້ຈັດພິທີທໍາລາຍຢາເສບຕິດ ຈໍານວນ 16 ລາຍການ ນໍ້າໜັກ 18,249 ກິໂລກຣາມ ເນື່ອງໃນໂອກາດວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 23 ປີ (12 ຕຸລາ 2001-12 ຕຸລາ 2024), ວັນທີ 22 ຕຸລາ 2024 ທີ່ສະໜາມບິນເກົ່າ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຢາເສບຕິດ 16 ລາຍການ ປະກອບມີ ຢາບ້າ,ຢາໄອສ, ຄາເຟອິນ, ເຮໂລອິນ, ຝິ່ນ, ຢາອີ, ຄໍລາເຈັນ,ຢາສູບໄຟຟ້າ, ນໍ້າຢາດີໄອ (ສ່ວນປະສົມນໍ້າກະທ້ອມ), ນໍ້າຕານໝາກພ້າວ (ສ່ວນປະສົມນໍ້າກະທ້ອມ) ແລະ ໃບກະທ້ອມ, ຊຶ່ງຢາເສບຕິດ ດັ່ງກ່າວ ແມ່ນໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 1254/ຈຂ-ບກ, ວ່າດ້ວຍການອະນຸຍາດໃຫ້ທຳລາຍຢາເສບຕິດທີ່ເຈົ້າໜ້າທີ່ຢຶດໄດ້ ແລະ ໂດຍຜ່ານການຕັດສິນຂອງສານປະຊາຊົນຢ່າງເດັດຂາດ.

ປະຈຸບັນ ສະພາບການລະບາດຂອງ ຢາເສບຕິດ ທີ່ແຜ່ລາມຢ່າງກວ້າງຂວາງຈາກຕົວເມືອງ ໄປສູ່ ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ບ້ານ, ເມືອງ ແລະ ສັງຄົມ ທັງເປັນອຸປະສັກ ກົດໜ່ວງ ຖ່ວງດຶງ ການສ້າງສາພັດທະນາປະເທດຊາດ ນຳຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວ ບັນດາເຜົ່າ.

Related Articles

Leave a Reply