Visit BigblueAgency
<strong>ປກສ ເມືອງຫີນບູນ ຢຶດກັນຊາ ໄດ້ 939 ກິໂລກຣາມ</strong>

ປກສ ເມືອງຫີນບູນ ຢຶດກັນຊາ ໄດ້ 939 ກິໂລກຣາມ

ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຫີນບູນ ແຂວງຄໍາມ່ວນ ຮ່ວມມືກັບ ກອງກໍ່ສ້າງຮາກຖານ 917 ໄດ້ຈັດກໍາລັງເຄື່ອນໄຫວຕິດຕາມເປົ້າໝາຍຜູ້ຄ້າຂາຍຢາເສບຕິດ ໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 21 ມິຖຸນາ 2022 ຜ່ານມານີ້.

ເຈົ້າໜ້າທີ່ ປກສ ເມືອງຫີນບູນ ໄດ້ກ່າວວ່າ:  ມາຮອດເວລາ 3:00 ເຊົ້າຂອງວັນດຽວກັນ, ເຈົ້າໜ້າທີ່ ຈຶ່ງພົບເຫັນຜູ້ຕ້ອງສົງໃສກໍາລັງຂົນຢາເສບຕິດ ປະເພດກັນຊາ ລົງໃສ່ເຮືອເພື່ອຈະເອົາຂ້າມຂອງ ໄປປະເທດເພື່ອນບ້ານ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາກໍາລັງເຂົ້າປິດລ້ອມ ແລະ ຢຶດເອົາຂອງກາງໄດ້ກັນຊາຈໍານວນ 20 ເປົາໃຫຍ່ ແລະ 4 ເປົານ້ອຍ ມີນໍ້າໜັກທັງໝົດ 939 ກິໂລກຣາມ, ລົດວີໂກ້ 1 ຄັນ, ລົດຈັກ 1 ຄັນ, ເຮືອຫາງຍາວ 1 ລໍາ ແລະ ຜູ້ຕ້ອງຫາໜຶ່ງຄົນ.

ພາຍຫຼັງ ຢຶດຂອງກາງດັ່ງກ່າວແລ້ວ ທາງເຈົ້າໜ້າທີ່ ປກສ ເມືອງ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ ປກສ ແຂວງຄໍາມ່ວນ ນໍາໄປດຳເນີນຄະດີຕໍ່.

ການລັກລອບປູກກັນຊາ ຍັງເປັນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ເນື່ອງຈາກເປັນຢາເສບຕິດສິ່ງຕ້ອງຫ້າມ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ.

ຂໍ້ມູນ: ປກສ

Related Articles

Leave a Reply