ເມື່ອມໍ່ໆມານີ້, ປກສ ເມືອງ ແລະ ແຂວງຫຼວງນໍ້າທາໄດ້ກັກກຸ່ມແກ້ງລັກລົດຈັກ ໄດ້ 03 ຄົນ ພ້ອມຂອງກາງລົດຈັກ ຈໍານວນ 04 ຄັນພາຍຫຼັງເຈົ້າໜ້າທີ່ໜ່ວຍງານຄະດີອາຍາ ພະແນກຕຳຫຼວດ ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງຈາກປະຊາຊົນວ່າ ມີຄົນຮ້າຍເຄື່ອນໄຫວລັກຊັບປະເພດລົດຈັກ ຢູ່ພາຍໃນເມືອງ.
ຫຼັງຮັບແຈ້ງ, ເຈົ້າໜ້າທີ່ຈຶ່ງໄດ້ສ້າງແຜນຂຶ້ນບັນຊີເປົ້າໝາຍ ຜູ້ທີ່ເຄື່ອນໄຫວລັກຊັບ ແລະ ສາມາດກັກຕົວຜູ້ຖືກຫາ 03 ຄົນ ຊື່ ທ້າວ ເອັບເອັມ ອາຍຸ 16 ປີ ປະຊາຊົນ ຢູ່ ບ້ານປ່າຄາ ເມືອງລອງ ແຂວງຫຼວງນໍ້າທາ, ທ້າວ ໄກສອນ ອາຍຸ 16 ປີ ປະຊາຊົນ ຢູ່ ບ້ານວຽງທອງ ແລະ ທ້າວ ເອກ ອາຍຸ 15 ປີ ນັກຮຽນ ຢູ່ ບ້ານຫຼວງ ຊື່ງທັງ 03 ຄົນຢູ່ເມືອງ ແລະ ແຂວງຫຼວງນໍ້າທາ.
ຜ່ານການສອບສວນ ຜູ້ກ່ຽວທັງ 03 ຄົນ ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ: ໃນທ້າຍເດືອນ ທັນວາ 2024 ຫາ ເດືອນ ມັງກອນ 2025 ນີ້ ພວກກ່ຽວແມ່ນໄດ້ເຄື່ອນໄຫວລັກຊັບ ປະເພດລົດຈັກມາແລ້ວຫຼາຍຄັ້ງ ຢູ່ເຂດຮ້ານອາຫານບັນເທີງ ແລະ ຮ້ານກິນດື່ມຕ່າງໆ ພາຍໃນແຂວງ ແລະ ບັນດາເມືອງ, ພາຍຫຼັງທີ່ລັກມາໄດ້ແລ້ວ ແມ່ນໄດ້ປັບປ່ຽນ, ສະຫຼັບສີອາໄຫຼ່ຂອງລົດ ແລ້ວນຳໄປເລາະຂາຍຕໍ່ຢູ່ບັນດາຮ້ານສ້ອມແປງລົດ, ບຸກຄົນ ແລະ ໂພສຂາຍທາງກຸ່ມເຟສ໌ບຸກ.
ຂ່າວ: ປກສ ແຂວງຫຼວງນໍ້າທາ