Vientiane Times Lao
ປກສ ແຂວງສະຫວັນນະເຂດປະກາດຫາເຈົ້າຂອງລົດຈັກ ຈໍານວນ 372 ຄັນໃຫ້ມາພົວພັນເອົາພາຍໃນ 60 ວັນ

ປກສ ແຂວງສະຫວັນນະເຂດປະກາດຫາເຈົ້າຂອງລົດຈັກ ຈໍານວນ 372 ຄັນໃຫ້ມາພົວພັນເອົາພາຍໃນ 60 ວັນ

ກອງບັນຊາການ ປກສ ແຂວງສະຫວັນນະເຂດອອກແຈ້ງການ ເມື່ອມໍ່ໆມານີ້ເຖິງທຸກຊັ້ນຄົນພາຍໃນແຂວງສະຫວັນນະເຂດ ກ່ຽວກັບໃຫ້ມາພົວພັນເອົາລົດຈັກຂອງຕົນຈໍ່ານວນ 372 ຄັນ ທີ່ເຈົ້າໜ້າທີ່ຕໍາຫຼວດກັກໄວ້ ຢູ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ (ຫຼັກ8) ແລະ ຢູ່ ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດຕາມໂມງລັດຖະການພາຍໃນ 60 ວັນ ນັບແຕ່ວັນທີ 01ມັງກອນ ຫາ ວັນທີ 01 ມີນາ2023, ຖ້າກາຍກໍານົດເວລາດັ່ງກ່າວແມ່ນຈະໄດ້ສະເໜີ ພາກສ່ວນກ່ຽວຂ້ອງ ຢຶດເປັນຂອງລັດ ປະມູນຂາຍ ຕາມລະບຽບກົດໝາຍ.

ລົດຈໍານວນດັ່ງກ່າວ ແມ່ນໄດ້ມາຈາກການກວດກາ ການດໍາເນີນຄະດີ ຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງຈໍານວນ 24 ຄັນ, ໄດ້ມາຈາກການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງວິລະບູລີ ຈໍານວນ 286 ຄັນ ເຊິ່ງລົດຈໍານວນດັ່ງກ່າວ ໄດ້ຮັກສາໄວ້ຢູ່ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ (ຫຼັກ8) ຈໍານວນ 86 ຄັນ ແລະ ຢູ່ ປກສ ເມືອງວິລະບູລີ ຈໍານວນ 286 ຄັນ.

ທີ່ມາ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ