ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໄດ້ສໍາເລັດການ ເບີກຈ່າຍເງິນອຸດໜູນ ງວດທີ I ໃຫ້ປະຊາ ຊົນທຸກຍາກໃນ 4 ແຂວງ ພາກເໜືອ ມູນຄ່າ 1,3 ຕື້ກ່ວາກີບ ໂດຍໄດ້ເລີ່ມຕົ້ນເບີກຈ່າຍໃນເດືອນ ມິຖຸນາ 2021 ທີ່ຜ່ານມາ ຜ່ານລະບົບ u-money ເຊີ່ງລວມມີທັງໝົດ 12 ເມືອງ, 241 ບ້ານ, 3.861 ຄົນ. ການຊ່ວຍຜູ້ທຸກຍາກພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການນີ້ ຈະໄດ້ຮັບ 180.000 ກີບ / ເດືອນ ຕໍ່ 1 ຄົນ ເເລະ ໄດ້ເບີກຈ່າຍເປັນງວດ ກໍຄື 2 ເດືອນ ຈ່າຍ 1 ເທື່ອ ລວມເປັນ 360.000 ກີບ / I ງວດ ຕໍ່ 1 ຄົນ.
ໂຄງການດັ່ງກ່າວນີ້ມີໄລຍະເວລາ 4 ປີ ເນັ້ນສະເພາະຊ່ວຍເຫຼືອຜູ້ທຸກຍາກ ໃນເຂດຊົນນະບົດເຊິ່ງເປັນຄອບຄົວທີ່ທຸກຍາກ ແລະ ຫາກໍພົ້ນທຸກ ຊຶ່ງນອນຢູ່ໃນເປົ້າໝາຍຂອງໂຄງການມີຈຳນວນ 42.000 ຄົນ , ຕົກເປັນມູນຄ່າທັງໝົດ 14 ລ້ານກວ່າ ໂດລາ ພາຍໃນ 4 ປີ.
