ລັດວິສາຫະກິດໄຟຟ້າລາວແຈ້ງໃຫ້ຮູ້ວ່າ: ໃນອະນາຄົດ ຜູ້ຊົມໃຊ້ໄຟຟ້າອາດຈະໄດ້ໃຊ້ໄຟຟ້າດ້ວຍລະບົບເຕີມເງິນ ຫຼື ແບບທັນສະໄໝ ເພາະ ລັດວິສາຫະກິດໄຟຟ້າລາວ (ຟຟລ) ມີແຜນທີ່ຈະເຮັດ ໂຄງການ Smart Meter ແຕ່ກໍເປັນການລົງທຶນໃໝ່ທີ່ສູງ ເຊິ່ງ ຟຟລ ເອງກໍຢູ່ໃນໄລຍະຂາດແຫຼ່ງທຶນ ແລະ ມີໜີ້ສິນຫຼາຍ, ແຕ່ໃນອະນາຄົດຄິດວ່າຕ້ອງໄດ້ຫັນປ່ຽນໄປຕາມຍຸກສະໄໝ.
ຟຟລ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມິຖຸນາ 2020, ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ປະຕິບັດຫຼຸດອັດຕາຄ່າໄຟຟ້າກຸ່ມທີ່ໃຊ້ໄຟຟ້າ ແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ດ້ວຍລະບົບທີ່ແຕກຕ່າງກັນ (11,9-16,2%), ສ່ວນກຸ່ມອື່ນໃຫ້ປະຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫຼຸດຫຼາຍຢູ່ແລ້ວ. ນະໂຍບາຍດັ່ງກ່າວ ໃຫ້ປະຕິບັດສະເພາະໃນໄລຍະການແຜ່ ລະບາດ ຂອງພະຍາດໂຄວິດ-19 (ເດືອນເມສາ, ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາ ຟຟລ ໄລ່ລຽງຄືນ ແລະ ຈັດຕັ້ງປະຕິບັດໃຫ້ຖຶກຕ້ອງ ແລະ ສອດຄ່ອງ. ນອກນັ້ນໃຫ້ປະຕິບັດນະໂຍບາຍຫຼຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດໝໍທີ່ເຮັດວຽກປິ່ນປົວ ແລະ ໃກ້ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຕາມການຄົ້ນຄົ້ວ ແລະ ສະເໜີຂອງກະຊວງສາທາລະນະສຸກ.
ຟຟລມີແຫຼ່ງຜະລິດໄຟຟ້າຂອງຕົນເອງບໍ່ຫຼາຍປະມານ 6%, ແລະ ຕ້ອງໄດ້ຊື້ຈາກລັດວິສະຫະກິດໄຟຟ້າລາວມະຫາຊົນ 22%(EDL-GEN), ຈາກຜູ້ຜະລິດໄຟຟ້າເອກກະຊົນ 58% (IPP/SPP) ແລະ ນໍາເຂົ້າ 14%.
ຂ່າວ: ວຽງຈັນທາຍ
ພາບ: EDL