Vientiane Times Lao
ປະຊາຊົນລາວ ໄດ້ຮັບການຜ່າຕັດແກ່ນຕາຂຸ້ນ 5.768 ກໍລະນີ

ປະຊາຊົນລາວ ໄດ້ຮັບການຜ່າຕັດແກ່ນຕາຂຸ້ນ 5.768 ກໍລະນີ

ໂຄງການລຶບລ້າງການຕາບອດ ຈາກພະຍາດແກ່ນຕາຂຸ້ນ (2019-2025) ໂດຍການຮ່ວມມືກັນລະຫວ່າງ ມູນນິທິຊ່ວຍເຫຼືອເຊິ່ງກັນ ແລະ ກັນ (GX FOUNDATION) ຮົງກົງ ສປ ຈີນ ແລະ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ບໍລິການຜ່າຕັດແກ່ນຕາຂຸ້ນ ໃຫ້ປະຊາຊົນລາວ ເປັນຈຳນວນທັງໝົດ 5.768 ກໍລະນີ, ໂດຍຈໍານວນຕົວເລກນີ້ ແມ່ນໄດ້ຖຶກລາຍງານໃນພິທີສະເຫຼີມສະຫຼອງຜົນສໍາເລັດໂຄງການ ດັ່ງກ່າວ ທີ່ໄດ້ຈັດຂຶ້ນເມຶ່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ກ່າວໃນພິທີສະເຫຼີມສະຫຼອງຜົນສໍາເລັດໂຄງການດັ່ງກ່າວ ນີ້ວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ເປັນການສະແດງເຖິງນໍ້າໃຈເອື້ອເຟື້ອເຜື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄື ອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນມູນນິທິຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ທັງເປັນການສະແດງເຖິງການ ເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ-ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະ ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.

ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ້ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.

ຂໍ້ມູນ: ກະຊວງສາທາລະນະສຸກ

Related Articles

Leave a Reply