ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການເຕືອນດ່ວນໃນຕອນເຊົ້າຂອງມື້ວັນທີ 11 ຕຸລາ 2020 ນີ້ ເຖິງປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ ປະກອບມີແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື ໃຫ້ກຽມຮັບມືກັບພະຍຸໝູນເຂດຮ້ອນ ລິນຟາ (Linfa) ທີ່ຈະພັດຜ່ານບັນດາແຂວງດັ່ງກ່າວໃນຕອນແລງຂອງມື້ນີ້ ວັນທີ 11 – 13 ຕຸລານີ້ ຫຼັງຈາກເຄື່ອນຍ້າຍຂຶ້ນຝັ່ງທາງເຂດພາກໃຕ້ຂອງ ສສ ຫວຽດນາມ ຊຶ່ງມີຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ.
ພະຍຸດັ່ງກ່າວນີ້ຈະກໍ່ໃຫ້ເກີດມີຝົນຕົກໜັກຫາຕົກໜັກຫຼາຍ ແລະ ມີລົມພັດແຮງທີ່ຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊູ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ ໃຫ້ຍົກສິ່ງຂອງ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ແລະ ໃຫ້ຕິດຕາມສະພາບອາກາດແຕ່ລະໄລຍະ.
ຂ່າວ: ວຽງຈັນທາຍ
ພາບປະກອບ