Vientiane Times Lao
ປະຊາເມືອງຄົງເຊໂດນຕ້ອງການອຸປະກອນ ດ້ານສາທາລະນະສຸກ

ປະຊາເມືອງຄົງເຊໂດນຕ້ອງການອຸປະກອນ ດ້ານສາທາລະນະສຸກ

ປະຊາຊົນເມືອງຄົງເຊໂດນ ແຂວງສາລະວັນ ຕ້ອງການຄວາມຊ່ວຍເຫຼືອທາງ ດ້ານສາທາລະນະສຸກ ພາຍຫຼັງທີ່ ໂຮງໝໍຂອງ ເມືອງ ໄດ້ຖືກທຳລາຍຈາກໄພພິບັດ ນ້ຳຖ້ວມໃນຄັ້ງນີ້.
ຈາກການລາຍງານຂອງນັກຂ່າວໜັງສືພິມວຽງຈັນທາຍ ໃນຕອນເຊົ້້າຂອງ ມື້ນີ້ 09/09/2019 ວ່າ: ທີມຄະນະ ແພດຈາກກະຊວງປ້ອງກັນປະເທດ ໂຮງໝໍ 109 ຈຳນວນໜຶ່ງໄດ້ລົງ ໄປເຄື່ອນໄຫວໃຫ້ການບໍລິການທາງ ດ້ານສຸຂະອະນາໄມ ໃນແຕ່ລະຈຸດ ຂອງເມືອງດັ່ງກ່າວ ພາຍຫຼັງທີ່ ອຸບປະກອນການແພດ ຂອງໂຮງໝໍດັ່ງກ່າວ ຖືກທຳລາຍຈົດໝົດ ບໍ່ເຫຼືອຫຍັງ.
ປະຈຸບັນ, ຄວາມຕ້ອງການດ້ານສຸກຂະອະນາໄມ ແມ່ນເປັນສິ່ງທີ່ຈຳເປັນຫຼາຍ ສຳລັບປະຊາຊົນທີ່ຢູ່ໃນເຂດດັ່ງກ່າວ. ນອກຈາກນັ້ນ ກໍຍັງມີທີມງານຈາກ ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານໍ້າສະອາດ ຂອງກະຊວງສາທາລະນະສຸກ ໄດ້ນຳເອົາເຄື່ອງທີ່ສາ ມາດກັ່ນຕອງນ້ຳຈາກຫ້ວຍ ແລະ ໜອງມາເປັນນ້ຳດື່ມໄດ້ເພື່ອໃຫ້ປະ ຊາຊົນຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ມີນ້ຳໄວ້ດື່ມໄວ້ໃຊ້ໃນແຕ່ລະວັນ ແລະເຄື່ອງດັ່ງກ່າວສາມາດກັ່ນຕອງນ້ຳໄດ້ 1,500 ລິດ.
ຂ່າວ: ສຸກນີລັນດອນ
ພາບ: ຄຳພັນ

Related Articles

Leave a Reply