Vientiane Times Lao
ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ເມື່ອມໍ່ໆມານີ້, ທ່ານ ຄຳພອຍ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງໃຫ້ການຕ້ອນຮັບ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ພ້ອມຄະນະໄດ້ໄປຢ້ຽມຢາມ ພື້ນຖານເສດຖະກິດ, ວັດທະທະທຳ-ສັງຄົມ ຂອງແຂວງຈຳນວນໜຶ່ງ, ເປັນຕົ້ນໄດ້ຢ້ຽມຢາມສວນສະຕໍເບີຣີ ຂອງຄອບຄົວ ທ້າວ ຈໍຊົ້ງ ປະຊາຊົນຢູ່ບ້ານພູຫົວຊ້າງ ເມືອງອານຸວົງ , ມີເນື້ອທີ່ທັງໝົດ 2 ເຮັກຕາ, ສາມາດສ້າງລາຍຮັບໃຫ້ຄອບຄົວສະເລ່ຍປະມານ 8-10 ລ້ານກີບ/ເດືອນ ຊຶ່ງຖືວ່າເປັນໜໍ່ແໜງຂອງການຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການທ່ອງທ່ຽວ, ໄດ້ຢ້ຽມຊົມສວນສາທາລະນະຖໍ້າ ເຈົ້າອານຸວົງ ຊຶ່ງສະຖານທີ່ແຫ່ງນີ້ເປັນບ່ອນທ່ອງທ່ຽວທຳມະຊາດທີ່ຕິດພັນກັບຮ່ອງຮອຍປະຫວັດສາດທີ່ສຳຄັນຂອງຊາດ, ຫຼັງຈາກນັ້ນ ໄດ້ຢ້ຽມຢາມ ຫໍຫຼັກເມືອງ ແລະ ຕະຫຼາດໄຊສົມບູນ.

ໂອກາດດຽວກັນນີ້, ທ່ານ ປະທານປະເທດ ພ້ອມຄະນະ ຍັງໄດ້ຂຶ້ນພິຊິດຈອມພູເບ້ຍ ຊຶ່ງເປັນຈອມພູທີ່ສູງທີ່ສຸດຂອງປະເທດລາວ, ມີຄວາມສູງ 2.820 ແມັດ ຈາກລະດັບນໍ້າທະເລ, ໂດຍໄດ້ຮັບຂະໜານນາມວ່າເປັນ “ຫຼັງຄາຂອງປະເທດລາວ”, ມີຊີວະນາໆພັນອຸດົມສົມບູນ ແລະ ທີວທັດທຳມະຊາດທີ່ສວຍງາມ ຊຶ່ງກຳລັງໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສຳຄັນຂອງແຂວງ.

ການຢ້ຽມຢາມແຂວງໄຊສົມບູນຄັ້ງນີ້ ທ່ານປະທານປະເທດ ໄດ້ພົບປະເຮັດວຽກກັບຄະນະປະຈຳພັກແຂວງໄຊສົມບູນ ຊຶ່ງ ທ່ານ ຄຳພອຍ ຮຸ່ງບຸນຍວງ ໄດ້ລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ແຫຼ່ງຂໍ້ມູນ: ຫ້ອງວ່າການສູນກາງພັກ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ