ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດເປັນສິນຄ້າຂອງພໍ່ແມ່ປະຊາຊົນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເມື່ອມໍ່ໆມານີ້, ໂດຍມີ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາອົງຄະນະພັກ ນະຄອນຫຼວງວຽງຈັນ ໄດ້ຕາງໜ້າອໍານາດການປົກຄອງນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບ ແລະ ຮ່ວມການເຄື່ອນໄຫວ.
ປະທານປະເທດ ໄດ້ໄປຢ້ຽມຢາມພໍ່ແມ່ປະຊາຊົນກຸ່ມການຜະລິດປູກຜັກຂອງປະຊາຊົນບ້ານອີ່ໄລເໜືອ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ບ້ານອີ່ໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ນອນຢູ່ໃນກຸ່ມອີ່ໄລເໜືອ ມີຈຳນວນ 12 ບ້ານ ຊຶ່ງບ້ານອີ່ໄລເໜືອ ມີ 568 ຄອບຄົວ, ມີຈຳນວນພົນ 2.468 ຄົນ, ບ້ານອີ່ໄລເໜືອ ເປັນບ້ານໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການແຊມາອຶນ, ໂຄງການພັດທະນາບ້ານແບບໃໝ່ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ວ່າດ້ວຍການຮັບຮອງໂຄງການປັບປຸງໂຄງລ່າງພື້ນຖານ ແລະ ສ້າງເສີມລາຍຮັບ ໃຫ້ແກ່ ປະຊາຊົນຂອງອົງການແຊມາອຶນ ສ ເກົາຫຼີ; ສໍາລັບກຸ່ມປູກຜັກມີສະມາຊິກກຸ່ມຈໍານວນ 16 ຄົນ ຊຶ່ງໂຄງການດັ່ງກ່າວໄດ້ມອບ-ຮັບ ໃນປີ 2023 ເປັນຕົ້ນມາ; ພ້ອມດຽວກັນນັ້ນ ອົງການປົກຄອງເມືອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງບ້ານ ໄດ້ເປັນເອກະພາບໃນການສ້າງຕັ້ງເຮືອນຮົ່ມ ດັ່ງກ່າວໃສ່ດິນລວມບ້ານ ແລະ ໂຮງຮຽນ, ຄົ້ນຄວ້າເອົາ ຄອບຄົວທີ່ບໍ່ມີເນື້ອທີ່ການຜະລິດ ແລະ ສໍາຄັນທີ່ສຸດແມ່ນຄອບຄົວທີ່ດຸໝັ່ນມາເຮັດການຜະລິດ ແລະ ໄດ້ມອບໃຫ້ແຕ່ລະຄອບຄົວຮັບຜິດຊອບໃນແຕ່ລະເຮືອນຮົ່ມ ຊຶ່ງໂຄງການໄດ້ຊ່ວຍເຫຼືອເຮືອນຮົ່ມ ມີຈຳນວນ 17 ຫຼັງ, ສ້າງບາດານ, ເຮັດຮົ້ວ, ດຶງໄຟຟ້າເຂົ້າ ແລະ ເຄື່ອງຮັບໃຊ້ອື່ນໆອີກຈໍານວນໜຶ່ງ, ນອກຈາກນັ້ນ ຍັງມີ ກຸ່ມປູກຜັກ ບ້ານອີ່ໄລໃຕ້ ຊຶ່ງໂຄງການໄດ້ຊ່ວຍເຫຼືອເຊັ່ນດຽວກັນ ເຮືອນຮົ່ມຈໍານວນ 20 ຫຼັງ, ທັງສອງບ້ານ ແມ່ນ ມີເຮືອນຮົ່ມ 37 ຫຼັງ, ລວມມູນຄ່າ ທີ່ທາງໂຄງການ ໄດ້ຊ່ວຍເຫຼືອ ທັງສອງບ້ານ ເປັນຈຳນວນເງິນຈຳນວນ 60.000 ໂດລາ. ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທາງສະມາຊິກກຸ່ມກໍໄດ້ເອົາໃຈໃສ່ຜະລິດ ແລະ ສາມາດ ສ້າງລາຍຮັບໃຫ້ສະມາຊິກທັງໝົດສະເລ່ຍໃນແຕ່ລະເດືອນ ທັງສອງບ້ານ ປະມານ 40 ລ້ານ ພາຍຫຼັງສໍາເລັດການຢ້ຽມຢາມ ແລະ ເບີ່ງການຜະລິດການປູກຜັກຂອງປະຊາຊົນບ້ານອີ່ໄລເໜືອ; ຕໍ່ມາ ໄດ້ສືບຕໍ່ຢ້ຽມຢາມ ໂຮງງານຄຸນເຜິງ ຊາວວຸ ຊີ້ຖີ ສານຜິນລາວ ຕັ້ງຢູ່ບ້ານແຈ້ງສະຫວ່າງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂຮງງານດັ່ງກ່າວເປັນການຮ່ວມມືລະຫວ່າງນັກລົງທຶນລາວ ແລະ ນັກລົງທຶນຈີນ, ມີທຶນຈົດທະບຽນ 2 ຕື້ກວ່າກີບຕໍ່ເດືອນ; ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກຸ່ມດີຂຶ້ນເປັນກ້າວໆ; ພາຍຫຼັງ ໄດ້ລົງຢ້ຽມຢາມ ຟາມໄກ່ ສຸກຈະເລີນຟາມ ຢູ່ບ້ານນາຂ່າ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ອິງຕາມນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສົ່ງເສີມຜະລິດກະສິກຳ, ການຊົມໃຊ້ສິນຄ້າພາຍໃນ, ຫຼີກລ່ຽງການນໍາເຂົ້າ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດນັບມື້ເພີ່ມຂຶ້ນ ທາງ ບໍລິສັດ ສຸກຈະເລີນຟາມ ເຫັນໄດ້ຄວາມສໍາຄັນໃນການກະຕຸ້ນເສດຖະກິດ ແລະ ຮັບປະກັນສະບຽງອາຫານ ຂອງປະເທດ ຈຶ່ງໄດ້ສຸມໃສ່ທຶນຮອນເຂົ້າໃນການລົງທຶນກໍ່ສ້າງຟາມໄກ່ພັນໄຂ່ແຫ່ງທີ 2 ຂຶ້ນໃນປີ 2022 ຢູ່ບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເນື້ອທີ່ ທັງໝົດ 44 ເຮັກຕາ ຊຶ່ງເປັນໂຄງການລ້ຽງໄກ່ພັນໄຂ່ແບບລະບົບປິດ ຈໍານວນ 1.000.000 ໂຕ ໂດຍແຜນການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ສາມາດບັນຈຸໄກ່ພັນໄຂ່ໄດ້ຈໍານວນ 500.000 ໂຕ ມູນຄ່າການລົງທຶນ 450 ຕື້ກີບ ແລະ ໄລຍະທີ 2 ສາມາດບັນຈຸໄກ່ພັນໄຂ່ໄດ້ຈໍານວນ 500.000 ໂຕ ມູນຄ່າການລົງທຶນ 400 ຕື້ກີບ.
ໃນການຢ້ຽມຢາມແຕ່ລະບ່ອນ ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນ ກໍຄືກຸ່ມການຜະລິດ, ກຸ່ມບໍລິສັດ ແລະ ຜູ້ປະກອບການ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພໍ່ແມ່ປະຊາຊົນພາຍໃນບ້ານທີ່ໄດ້ເອົາໃຈໃສ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງພາຍໃນບ້ານຂອງຕົນໂດຍສະເພາະແມ່ນການປູກຜັກເປັນສິນຄ້າຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເປັນກ້າວໆ ໂດຍສະເພາະແມ່ນຂະບວນການປຸກຜັກອິນຊີເປັນສິນຄ້າເພື່ອຕອບສະໝອງໃຫ້ແກ່ສັງຄົມ; ແນະນຳໃຫ້ ໂຮງງານຄຸນເຜິງ ຊາວວຸ ຊີ້ຖີ ສານຜິນລາວ ຈົ່ງໄດ້ສືບຕໍ່ທຳການຜະລິດ ແລະ ຂະຫຍາຍການຜະລິດ ຮັກສາຄຸນນະພາບ ແລະ ມາດຕະຖານການຜະລິດ ພ້ອມທັງປະກັນດ້ານການຊົມໃຊ້ພະລັງງານ ໃຫ້ມີຄວາມສະຖຽນລະພາບ ແລະ ໄດ້ແນະນຳໃຫ້ຟາມໄກ່ ສຸກຈະເລີນຟາມ ຈົ່ງໄດ້ເອົາໃຈໃສ່ສືບຕໍ່ຜະລິດໄຂ່ໄກ່ ໃຫ້ຕອບສະໜອງໄດ້ ພາຍໃນນະຄອນຫຼວງວຽງຈັນ ແລະ ຂອບເຂດ ທົ່ວປະເທດ ເພື່ອຫຼຸດຜ່ອນການນຳເຂົ້າເທື່ອລະກ້າວ ແລະ ສາມາດສົ່ງອອກເປັນສິນຄ້າໄດ້.
ຂ່າວ: ຫ້ອງວ່າການສູນກາງພັກ