Vientiane Times Lao
ປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຄງການໄຟຟ້າ ພະລັງງານລົມ ແລະ ພົບປະໂອ້ລົມປະຊາຊົນ ບ້ານຊຽງຫຼວງ ຢູ່ເມືອງດາກຈຶງ ແຂວງເຊກອງ

ປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຄງການໄຟຟ້າ ພະລັງງານລົມ ແລະ ພົບປະໂອ້ລົມປະຊາຊົນ ບ້ານຊຽງຫຼວງ ຢູ່ເມືອງດາກຈຶງ ແຂວງເຊກອງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ ຊຶ່ງໄດ້ໄປຢ້ຽມຢາມ ແລະ ພົບປະພະນັກງານ ໂຄງການໄຟຟ້າ ພະລັງງານລົມ ມອນຊຸນ 600 ເມກາວັດ (MW) ແລະ  ພົບປະໂອ້ລົມປະຊາຊົນ ເຂດຈຸດສຸມ ບ້ານຊຽງຫຼວງ, ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍການນໍາແຂວງ ແລະ ເມືອງ ເຂົ້າຮ່ວມຕິດຕາມ, ໃນວັນທີ 14 ມັງກອນ 2025 ຜ່ານມານີ້.

ໃນໂອກາດຢ້ຽມຢາມໂຄງການໄຟຟ້າ ຄັ້ງນີ້, ທ່ານ ປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບ ການຈັດຕັ້ງປະຕິບັດໂຄງການ ຈາກຄະນະຮັບຜິດຊອບ ໂຄງການໄຟຟ້າ ພະລັງງານລົມ ມອນຊຸນ ຊຶ່ງໂຄງການດັ່ງກ່າວ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ສປປ ລາວ, ເຊັນສັນຍາສໍາປະທານ ໃນວັນທີ 1 ທັນວາ 2022, ມີກໍາລັງການຜະລິດ 600 ເມກາວັດ, ມີມູນຄ່າໂຄງການ 960 ລ້ານໂດລາ ໂດຍແມ່ນການໄຟຟ້າ ຫວຽດນາມ (Vietnam Electricity. EVN), ສັນຍາຊື້ໄຟຟ້າ (PPA) ໄລຍະ 25 ປີ, ມີສາຍສົ່ງໄຟຟ້າ ທັງໝົດ 71 ກິໂລແມັດ ( 27 ກິໂລແມັດ ຜູ້ເບື້ອງລາວ) ສາຍສົ່ງ 500 ກິໂລໂວນ ສົ່ງໄປເຊື່ອມຕໍ່ສະຖານີໄຟຟ້າ Thanh My, Quang Nam, ສສ ຫວຽດນາມ ເຊິ່ງມີແຜນສົ່ງອອກໄຟຟ້າ (COD) ພາຍໃນ ປີ 2025 ໂດຍແມ່ນ ບໍລິສັດ PowerChina ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມກໍ່ ສ້າງແຕ່ເດືອນມີນາ 2023, ມາຮອດ ເດືອນມັງກອນ 2025 ສໍາເລັດການກໍ່ສ້າງ ແລະ ຕິດຕັ້ງແລ້ວກວ່າ 90% (ຕິດຕັ້ງກັງຫັນລົມ 133 ຕົ້ນ), ຄາດໝາຍ ເຊື່ອມລະບົບສາຍສົ່ງໄຟຟ້າກັບ ການໄຟຟ້າ ສສ ຫວຽດນາມ (EVN) ໃນເດືອນກຸມພາ 2025, ຈະເລີ່ມດໍາເນີນ ການສົ່ງອອກໄຟຟ້າບາງສ່ວນ 300 MW ພາຍໃນໄຕມາດ 2 ປີ 2025 ແລະ ຈະດໍາເນີນການສົ່ງອອກ ໄຟຟ້າທັງໝົດ 600 MW ພາຍໃນໄຕມາດ 3 ປີ 2025. ໃນຕໍ່ໜ້າຈະຂະຫຍາຍໄປຕື່ມ 1.000 ເມກາວັດ ຕື່ມອີກ.

ໃນໂອກາດນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາບໍລິສັດ ກໍຄື ຂາຫຸ້ນທີ່ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການບັນລຸຜົນສໍາເລັດ ຕາມແຜນທີ່ວາງໄວ້. ພ້ອມນີ້, ໄດ້ຊີ້ນໍາໃຫ້ຜູ້ລົງທຶນຈົ່ງເອົາໃຈໃສ່ ທາງດ້ານເຕັກນິກ, ການຮັກສາດ້ານສິ່ງແວດລ້ອມ, ສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນໃນທ້ອງຖິ່ນ, ສິ່ງສໍາຄັນແມ່ນຕ້ອງຢືດໜັ້ນໃນສິ່ງທີ່ຖືກຕ້ອງຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະ ຕ້ອງສົ່ງເສີມໃຫ້ປະຊາຊົນ ໃນທ້ອງຖິ່ນ ກ່ຽວກັບການປຸກ ການລ້ຽງ ເພື່ອສະໜອງ ສະບຽງອາຫານໃຫ້ແກ່ໂຄງການເພື່ອສ້າງລາຍຮັບເພີ່ມ.

ຫຼັງຈາກນັ້ນ, ທ່ານ ປະທານປະເທດ ພ້ອມຄະນະ ໄດ້ໄປພົບປະຢ້ຽມຢາມພໍ່ແມ່ປະຊາຊົນ ເຂດຈຸດສຸມ ບ້ານຊຽງຫຼວງ ເມືອງດາກຈຶງ ແລະ ໄດ້ຮັບຟັງການລາຍງານ ຈາກ ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ກ່ຽວກັບສະພາບການພັດທະນາພາຍໃນບ້ານ ຊຶ່ງບ້ານຊຽງຫຼວງ ເປັນບ້ານໜຶ່ງ ທີ່ຕັ້ງຢູ່ລະຫວ່າງກາງ ເທສະບານ ແຂວງເຊກອງ ຫາ ເທສະບານເມືອງດາກຈຶງ, ເນື້ອທີ່ສ່ວນໃຫຍ່ເປັນພູດອຍ ກວມ 95% ຂອງເນື້ອທີ່ທັງໝົດ, ປະຊາຊົນເຂດບ້ານຊຽງຫຼວງ ສ່ວນໃຫຍ່ປະກອບອາຊີບການເຮັດນາປູກເຂົ້າ ແລະ ລ້ຽງສັດ, ປຸກຝັງ, ອັດຕາສ່ວນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຍັງ ກວມເອົາອັດຕາສ່ວນສູງ, ການດໍາລົງຊີວິດ ຂອງປະຊາຊົນເຂດ ຊົນນະບົດຫ່າງໄກສອກຫຼີກ ຍັງຕິດພັນກັບ ທຳມະຊາດເປັນສ່ວນໃຫຍ່.

ໃນໂອກາດດຽວກັນນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງອົງຄະນະພັກທຸກຂັ້ນທີ່ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ກໍຄື ເມືອງ ອັນໄດ້ເຮັດໃຫ້ບັນດາພື້ນຖານໂຄງລ່າງຂອງເມືອງ ກໍຄື ກຸ່ມບ້ານໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ, ທ່ານ ຍັງໄດ້ເນັ້ນໃຫ້ຄະນະນໍາທຸກຂັ້ນພາຍໃນເມືອງ ແລະ ກຸ່ມບ້ານ ເອົາໃຈໃສ່ຊຸກຍູ້, ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ໃນປັດຈຸບັນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ, ປະຊາຊົນບັນດາເຜົ່າ, ໃຫ້ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ທໍາການຜະລິດໃຫ້ຫຼາຍຂຶ້ນ ຊຶ່ງກ່ອນອື່ນໝົດພວກເຮົາ ຕ້ອງເປັນເຈົ້າການໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງ ໂດຍພະນັກງານກ່ຽວຂ້ອງຕ້ອງລົງໃຫ້ຄວາມຮູ້ວິຊາການ ດ້ານເຕັກນິກການປູກ-ການລ້ຽງໃຫ້ແກ່ປະຊາຊົນໃຫ້ມີຄວາມຮູ້ສູງຂຶ້ນ, ພ້ອມທັງ ເອົາໃຈໃສ່ຊຸກຍູ້ສົ່ງເສີມລູກຫຼານໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ ໃນເກນອາຍຸເຂົ້າຮຽນ, ເອົາໃຈໃສ່ເຂົ້າໃນການປ້ອງກັນສິ່ງເສບຕິດພາຍໃນກຸ່ມຢ່າງແຂງແຮງ ເພື່ອບໍ່ໃຫ້ລູກຫຼານຕົກເປັນເຫຍື່ອຂອງສິ່ງເສບຕິດ.

ຂ່າວຈາກ: ສຸກສະຫວັນ

Related Articles

Leave a Reply