ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ (ສປປ ລາວ).
ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24 – 25 ເມສາ 2025 ນີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
