Vientiane Times Lao
ປະທານຟີຟ້າຢ້ຽມຢາມລາວ

ປະທານຟີຟ້າຢ້ຽມຢາມລາວ

ປະທານສະຫະພັນບານເຕະນານາຊາດ FIFA ໄດ້ເຂົ້າພົບ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວໃນຕອນເຊົ້າທີ່ 19/10/2019 ທີ່ສໍານັກງານນາຍົກ ລັດຖະມົນຕີ ເນື່ອງໃນໂອກາດຢ້ຽມຢາມ ປະເທດລາວເປັນຄັ້ງທໍາອິດ ພາຍຫຼັງທີ່ຖືກແຕ່ງຕັ້ງໃຫ້ເປັນ ປະທານສະຫະພັນດັ່ງກ່າວ.
ທ່ານ ຈັນນີ ອິນຟັນຕິໂນ Gianni Infantino ແລະ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ໃນໂອກາດດັ່ງກ່າວ ປະທານຍັງໄດ້ມອບທຸງ ສະຫະພັນບານເຕະ ນານາຊາດ ແລະ ເສື້ອກິລາໃຫ້ ທ່ານນາຍົກໄວ້ເປັນທີ່ລະນືກ.
ຈາກນັ້ນ, ທ່ານ ອິນຟັນຕິໂນ ໄດ້ໄປຢ້ຽມຢາມບັນດາໂຄງການ ຊ່ວຍເຫຼືອຂອງ FIFA ຕໍ່ກັບການພັດທະນາບານເຕະຂອງລາວ, ຢ້ຽມຢາມສະໜາມກິລາແຫ່ງ ຊາດ ຫຼັກ 16 ແລະ ເດີ່ນບານເຕະ ເຈົ້າອານຸວົງ. ພ້ອມກັນນີ້, ທ່ານ ອິນຟັນຕິໂນ ຍັງໄດ້ມີໂອ ກາດເປີດ ການແຂ່ງຂັນກິລາບານເຕະທີ່ສະຫະພັນບານເຕະແຫ່ງຊາດລາວ.
ໃນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ຂອງ ທ່ານ ປະທານສະຫະພັນ ບານເຕະນານາຊາດ ນີ້ໃນຄະນະທີ່ມານຳກັນແມ່ນໄດ້ມີ ກອງກາງອະດີດທີມ ຊາດຊຸດໃຫຍ່ຂອງປະເທດຝຣັງ ຢູຣິ ຈັອກເກັຟ Youri DJORKAEFF ເຊິ່ງເປັນນັກເຕະໂຕຈິງໃນການແຂ່ງຂັນບານເຕະໂລກ ທີ່ປະເທດຝຣັງ ປີ 1998.
ຂ່າວ: ສຸກນີລັນດອນ
ພາບ: ສະຫະພັນບານເຕະແຫ່ງຊາດລາວ

Related Articles

Leave a Reply