ວັນທີ 24 ມັງກອນ ນີ້, ທ່ານ ລູອິສ ອັນເບີໂຕ ລາຄາເລ ປາວ ປະທານາທິບໍດີ ປະເທດອູຣາໄກວ ກ່າວວ່າ: ອູຣາໄກວ ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າກັບຈີນ ເພື່ອເຊື່ອມໂຍງເຂົ້າກັບຕະຫຼາດສາກົນ ໄດ້ດີກວ່າເກົ່າ.
ທ່ານ ລູອິສ ອັນເບີໂຕ ລາຄາເລ ປາວ ກ່າວຕື່ມວ່າ: ຈີນ ແມ່ນຄູ່ການຄ້າທີ່ສຳຄັນທີ່ສຸດຂອງພາກພື້ນອາເມຣິກາ-ລາຕີນ, ກໍແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອູຣາໄກວ, ຜະລິດຕະພັນສົ່ງອອກ 30% ຂອງອູຣາໄກວ ແມ່ນຈຳໜ່າຍໄປສູ່ຈີນ, ພ້ອມກັນນັ້ນ, ຍອດມູນຄ່າການຄ້າສອງຝ່າຍລະຫວ່າງອາເມຣິກາ-ລາຕີນ-ຈີນ ແລະ ອູຣາໄກວ-ຈີນ ພວມເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ສະແດງໃຫ້ເຫັນໂດຍບໍ່ຕ້ອງສົງໄສວ່າ: ການເພີ່ມທະວີ ແລະ ລົງເລິກສາຍພົວພັນດ້ານເສດຖະກິດການຄ້າກັບຈີນ ແມ່ນສອດຄ່ອງກັບຜົນປະໂຫຍດຂອງອູຣາໄກວ, ກໍຄືປະເທດໃນພາກພື້ນ ອາເມຣິກາ-ລາຕີນ, ທັງເປັນຄວາມມຸ່ງຫວັງຂອງປະເທດໃນພາກພື້ນອາເມຣິກາ-ລາຕີນ ອີກດ້ວຍ.
ທ່ານ ລູອິສ ອັນເບີໂຕ ລາຄາເລ ປາວ ກ່າວເນັ້ນໜັກວ່າ: ຈີນ ມີຄວາມສຳຄັນຕໍ່ເສດຖະກິດໂລກ ເຊິ່ງໄດ້ເຮັດໃຫ້ປະເທດໃນພາກພື້ນອາເມຣິກາ-ລາຕີນ ຄື: ອູຣາໄກວ ເປັນຕົ້ນ ສາມາດເຊື່ອມໂຍງເຂົ້າກັບຕະຫຼາດສາກົນໄດ້ດີກວ່າເກົ່າ ແລະ ໄດ້ຮັບຜົນປະໂຫຍດທີ່ດີກວ່າເກົ່າໂດຍຜ່ານການເພີ່ມທະວີສາຍພົວພັນດ້ານເສດຖະກິດການຄ້າກັບຈີນ.
ຂ່າວ: CRI-FM93