Vientiane Times Lao
ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

 (ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ. Vietjet ໃຫ້ບໍລິການຖ້ຽວບິນໂດຍຕົງຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ເຊິ່ງເປັນສອງນະຄອນທີ່ສຸດຂອງຫວຽດນາມ.

ໃນຊ່ວງໄລຍະໂປຣໂມຊັນ 7 ມື້ນີ້, ຜູ້ໂດຍສານສາມາດຮັບສ່ວນຫຼຸດ Eco-class 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໂດຍໃສ່ລະຫັດໂປຣໂມຊັນ BIGSALE50 ເມື່ອຈອງຖ້ຽວບິນຜ່ານເວັບໄຊທາງການຂອງ Vietjet www.vietjetair.com ຫຼື ແອັບມືຖື Vietjet Air. ຂໍ້ສະເໜີນີ້ສາມາດໃຊ້ໄດ້ທົ່ວທຸກເຄືອຂ່າຍຂອງ Vietjet, ໂດຍມີວັນທີເດີນທາງທີ່ສາມາດປ່ຽນແປງໄດ້ຕັ້ງແຕ່ວັນທີ 1 ມີນາ ຫາ 22 ພຶດສະພາ 2025 (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ).

ປະເທດຫວຽດນາມມີຊື່ສຽງໂດ່ງດັງຍ້ອນຄວາມອຸດົມສົມບູນທາງທຳມະຊາດ ມີມໍລະດົກວັດທະນະທຳອັນດີງາມ, ອາຫານທີ່ແຊບ, ແລະ ການຕ້ອນຮັບຢ່າງອົບອຸ່ນ, ເຮັດໃຫ້ເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຕ່າງປະເທດຕ້ອງໄປຢ້ຽມຢາມ. ບໍ່ວ່າຈະເປັນຫາດຊາຍອັນເກົ່າແກ່ຂອງນະຄອນດານັງ, ຍາຈາງ, ຝູກວກ ໄປຈົນເຖິງສິ່ງມະຫັດສະຈັນທີ່ເປັນມໍລະດົກໂລກຂອງອົງການ UNESCO ນັ້ນກໍຄື: ອ່າວຮ່າລອງ, ນິງບິ່ງ, ໂຮ້ຍອານ, ແລະ ເຫວ້, ຫຼື ສະເໜ່ຂອງຮ່າໂນ້ຍ ຈົນເຖິງເມືອງທີ່ມີຊີວິດຊີວາຂອງນະຄອນໂຮ່ຈີມິນ.

ດ້ວຍເຄືອຂ່າຍການບິນໂດຍຕົງຂອງ Vietjet ທີ່ເພີ່ມຂຶ້ນໃນທົ່ວອາຊີ – ປາຊີຟິກ ເຮັດໃຫ້ການເດີນທາງໄປທົ່ວພາກພື້ນບໍ່ເຄີຍງ່າຍຂຶ້ນມາກ່ອນ. ໃນປີ 2025, Vietjet ຈະສືບຕໍ່ຂະຫຍາຍເສັ້ນທາງສາກົນດ້ວຍເສັ້ນທາງໃໝ່ທີ່ເຊື່ອມຕໍ່ຈາກນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ຫາ ປັກກິ່ງ ແລະ ກວາງໂຈ່ວ (ປະເທດຈີນ), ພ້ອມທັງຈາກນະຄອນ ໂຮ່ຈີມິນ ຫາ Bangalore ແລະ Hyderabad (ອິນເດຍ), ເພື່ອເປີດທາງເລືອກການເດີນທາງເພີ່ມເຕີມໃຫ້ແກ່ນັກທ່ອງທ່ຽວສາກົນຫຼາຍຂຶ້ນ.

Related Articles

Leave a Reply