Vientiane Times Lao
ປະເທດລາວ ຂາດດຸນການຄ້າປະມານ 133 ລ້ານໂດລາໃນເດືອນ ມິຖູນາ ທີ່ຜ່ານມາ

ປະເທດລາວ ຂາດດຸນການຄ້າປະມານ 133 ລ້ານໂດລາໃນເດືອນ ມິຖູນາ ທີ່ຜ່ານມາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ໄດ້ເຜີຍແຜ່ຂໍ້ມູນດ້ານມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມິຖຸນາ ປີ 2024 ເມື່ອວັນທີ 30 ກໍລະກົດຜ່ານມານີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າປະຈໍາເດືອນດັ່ງກ່າວ ທີ່ຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ ບັນລຸໄດ້ 1.227 ລ້ານໂດລາເພີ່ມຂຶ້ນ 10% ເມື່ອທຽບໃສ່ເດືອນພຶດສະພາຜ່ານມາ, ໃນນີ້ມູນຄ່ານໍາເຂົ້າປະມານ 680 ລ້ານໂດລາ ແລະ ມູນຄ່າການສົ່ງອອກ 547 ລ້ານໂດລາ ເຖິງວ່າມູນຄ່າການຄ້າດັ່ງກ່າວຈະຍັງສະແດງໃຫ້ເຫັນວ່າ ສປປ ລາວ ຍັງຂາດດຸນການຄ້າປະມານ 133 ລ້ານໂດລາ, ແຕ່ກໍເປັນສັນຍານທີ່ດີເພາະການສົ່ງອອກຂອງປະເທດລາວກໍເພີ່ມຂຶ້ນ 13% ເມື່ອທຽບກັບເດືອນພຶດສະພາຜ່ານມາ.

 ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ໃນເດືອນມິຖຸນາປີນີ້ ປະກອບມີ: ເກືອກາຣີ 80 ລ້ານໂດລາ, ຄໍາປະສົມ 67 ລ້ານໂດລາ, ເຈ້ຍ 40 ລ້ານໂດລາ, ຢາງພາລາ 29 ລ້ານໂດລາ, ແຮ່ທອງ 27 ລ້ານໂດລາ, ເຍື່ອໄມ້ 23 ລ້ານໂດລາ, ນໍ້າຕານ 17 ລ້ານໂດລາ, ແປ້ງມັນຕົ້ນ 16 ລ້ານໂດລາ, ໝາກກ້ວຍ 12 ລ້ານໂດລາ ແລະ ມັນຕົ້ນ 8 ລ້ານໂດລາ. ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 5 ອັນດັບປະກອບມີ: ຈີນ ປະມານ 199 ລ້ານໂດລາ, ຫວຽດນາມ ປະມານ 115 ລ້ານໂດລາ, ໄທ ປະມານ 100 ລ້ານໂດລາ, ອາເມຣິກາ ປະມານ 20 ລ້ານໂດລາ ແລະ ສະວິດ 18 ລ້ານໂດລາ.

ມູນຄ່າການນຳເຂົ້າສິນຄ້າທັງໝົດ ກໍເພີ່ມຂຶ້ນ 7% ເມື່ອທຽບກັບເດືອນພຶດສະພາ ປີ 2024; ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 88 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 67 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 63 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 51 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ແລະ ເຫຼັກກ້າ 39 ລ້ານໂດລາ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 36 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 24 ລ້ານໂດລາ, ນໍ້າມັນແອັດຊັງ-ແອັດຊັງພິເສດ 22 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 21 ລ້ານໂດລາ; ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 6 ລ້ານໂດລາ.

5 ປະເທດທີ່ສປປ ລາວ ນໍາເຂົ້າຫຼາຍ ປະກອບມີ: ຈີນ ປະມານ 271 ລ້ານໂດລາ, ໄທ ປະມານ 258 ລ້ານໂດລາ, ຫວຽດນາມ ປະມານ 63 ລ້ານໂດລາ,ອາເມຣິກາ 23 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 16 ລ້ານໂດລາ.

ແຫຼ່ງຂໍ້ມູນຂ່າວ: ວສລ

Related Articles

Leave a Reply