Vientiane Times Lao
ປະເທດລາວ ມີ 58 ໂຄງການລົງທຶນກ່ຽວກັບການພັດທະນາໄຟຟ້າແສງຕາເວັນ

ປະເທດລາວ ມີ 58 ໂຄງການລົງທຶນກ່ຽວກັບການພັດທະນາໄຟຟ້າແສງຕາເວັນ

ກະຊວງພະລັງງານ ແລະ ບໍ່ແຮ່ແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນ ປະເທດລາວມິ 58 ໂຄງການລົງທຶນກ່ຽວກັບໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນຊຶ່ງເປັນການລົງທຶນຂອງນັກທຸລະກິດພາຍໃນ ແລະ ຕ່າງປະເທດ. 58 ໂຄງການດັ່ງກ່າວລວມມີກຳລັງຕິດຕັ້ງທັງໝົດ 7.656 ເມັກກາວັດ ຊຶ່ງ 8 ໃນ 58 ໂຄງການແມ່ນກໍ່ສ້າງສຳເລັດແລ້ວ ແລະ ອີກ 50 ໂຄງການຍັງຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້, ບັນດາໂຄງການດັ່ງກ່າວສ່ວນຫຼາຍແມ່ນຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້.

ກະຊວງພະລັງງານ ແລະ ບໍ່ແຮ່ແຈ້ງໃຫ້ຮູ້ຕື່ມອີກວ່າ: ລັດຖະບານຖືເອົາການພັດທະນາໄຟຟ້າແສງຕາເວັນເປັນຍຸດທະສາດທີ່ສໍາຄັນຍ້ອນວ່າມີລັັກສະນະຍາວນານ ຕາມທິດຜະລິດພະລັງງານທີ່ສະອາດ, ຍືນຍົງ, ຜະລິດພະລັງງານໄຟຟ້າໃຫ້ມີຄວາມຫຼາກຫຼາຍ ແລະ ຄຸ້ມຄ່າ, ສ້າງແຫຼ່ງສະໜອງພະລັງງານໃຫ້ຕະຫຼາດເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນຢ່າງທີ່ໝັ້ນຄົງ.

Related Articles

Leave a Reply