ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄຳໄຊ ອອກແຈ້ງການປິດການຊົມໃຊ້ຂົວເບເລ ຂ້າມນໍ້າຢາງ ຢູ່ເສັ້ນທາງເລກທີ 5102 ແຕ່ບໍລິຄັນ-ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຊຶ່ງຂົວດັ່ງກ່າວ ແມ່ນມີການເປ່ເພ (ຂາງຂົວຫັກ 1 ບັ້ນ) ເຮັດໃຫ້ບໍ່ສາມາດໄປ-ມາໄດ້.
ປະຈຸບັນ ຂົວດັ່ງກ່າວ ຢູ່ໃນໄລຍະທີ່ບໍ່ທັນໄດ້ມີການສ້ອມແປງເທື່ອ ແລະ ຫ້າມພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າ ຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ນໍາລົດທຸກປະເພດ ສັນຈອນແລ່ນຜ່ານຂົວດັ່ງກ່າວຢ່າງເດັດຂາດໂດຍ ໃຫ້ນຳໃຊ້ທາງເວັ້ນກ່ອນ ເມື່ອມີການສ້ອມແປງແລ້ວ ຈຶ່ງຈະແຈ້ງເປີດໃຫ້ສັນຈອນແລ່ນຜ່ານໄດ້.
ຖ້າວ່າບຸກຄົນຜູ້ໃດລະເມີດເຮັດໃຫ້ຂົວດັ່ງກ່າວເປ່ເພ ຫຼື ຫັກຕື່ມໄປ ແມ່ນບຸກຄົນນັ້ນ ຕ້ອງໄດ້ຮັບຜິດຊອບຕໍ່ມູນຄ່າການເສຍຫາຍທັງໝົດ ແລະ ສ້ອມແປງຄືນໃຫ້ຢູ່ໃນສະພາບເດີມ.