ປີທ່ອງທ່ຽວລາວ 2024 ໄດ້ກາຍເປັນປີທີ່ມີຄວາມໝາຍຄວາມສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຫຼາຍດ້ານຂອງພັກ ແລະ ລັດຖະບານ ດຶງດູດນັກທ່ອງທ່ຽວ ໄດ້ຫຼາຍກວ່າ 4 ລ້ານຄົນ ກະຈາຍລາຍຮັບສູ່ທ້ອງຖິ່ນໄດ້ຫຼາຍກວ່າ 1,138 ລ້ານໂດລາ.
ຕົວເລກດັ່ງກ່າວ ຖືກລາຍງານໃນ ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ທີ່ຈັດຂຶ້ນໃນວັນທີ 5 ກຸມພາ 2025, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ), ມີຮອງລັດຖະມົນຕີ, ມີຮອງເຈົ້າຄອງນະຄອນຫຼວງ ແລະ ຮອງເຈົ້າແຂວງ ຮ່ວມທັງບັນດາຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖວທ ແລະ ຫົວໜ້າພະແນກ ຖວທ ຈາກບັນດາແຂວງ, ນະຄອນຫລວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.


ປີທ່ອງທ່ຽວລາວ 2024 ໄດ້ສົ່ງຜົນປະໂຫຍດດ້ານດີໃຫ້ການທ່ອງທ່ຽວລາວເຮົາຫຼາຍພໍສົມຄວນ ສະແດງອອກໃນປີ 2024 ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ລື່ນຄາດໝາຍ ຖ້າທຽບໃສ່ ປີ 2023. ນັກທ່ອງທ່ຽວພາຍໃນ ມີຈໍານວນ 3,904,483 ເທື່ອຄົນ ເພີ່ມຂຶ້ນ 102% ສາມາດກະຈາຍ ລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632,526,246 ໂດລາສະຫະລັດ; ນັກທ່ອງທ່ຽວສາກົນ ຈໍານວນ 4,120,832 ເທື່ອຄົນ ເພີ່ມຂື້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,138,003,848 ໂດລາສະຫະລັດ.
ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ກ່າວໃນພິທີ ເປີດວ່າ: ພາຍຫຼັງການແຜ່ ລະບາດຂອງເຊື້ອ ພະຍາດໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດທົ່ວໂລກ ເວົ້າລວມ, ເວົ້າສະເພາະ ປະເທດເຮົາ ປະສົບກັບ ຄວາມຫຍຸ້ງຍາກຫຼາຍດ້ານ ລັດຖະບານໄດ້ຕັດສິນ ໃຈ ກຳນົດເອົາ ປີ 2024 ເປັນປີທ່ອງທ່ຽວລາວ ຢ່າງເປັນທາງການ ດ້ວຍການດຳເນີນ ຮູບແບບ ກິດຈະກຳຕ່າງໆ ທີ່ມີລັກສະນະກວມລວມທົ່ວປະເທດ ແລະ ມີລັກສະນະສະເພາະຂອງແຕ່ລະທ້ອງຖິ່ນ ແລະ ໄດ້ປັບປຸງນະໂຍບາຍທີ່ຈຳເປັນ ເພື່ອເອື້ອແກ່ການ ທ່ອງທ່ຽວ ແນໃສ່ໃຫ້ການທ່ອງທ່ຽວ ເປັນທ່າແຮງ ໜຶ່ງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ.
ທ່ານ ຮອງນາຍົກລັດຖະມົນຕີ ກ່າວຕໍ່ວ່າ: ພາຍຫຼັງການຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ຂອງປີທ່ອງທ່ຽວລາວ 2024 ເຫັນວ່າ ສາມາດ ກະຕຸ້ນ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ໄດ້ຢ່າງ ຫຼວງຫຼາຍ ຈົນລື່ນຄາດໝາຍ, ພ້ອມກັນນີ້ ການເປີດປີທ່ອງທ່ຽວລາວ 2024 ຍັງເປັນການ ຟື້ນຟູ, ສົ່ງເສີມ ແລະ ອະນຸລັກຮັກສາ ມູນມໍລະດົກທາງທຳມະຊາດ ທາງດ້ານປະຫວັດສາດ, ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ມີຄວາມຍືນຍົງຄົງຢູ່ກັບປະຊາຊົນລາວ ບັນດາເຜົ່າຕະຫຼອດໄປ.
ປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ຕະຫຼອດປີ 2024 ໄດ້ມີການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍ່ໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ. ເພື່ອຊຸກຍູ້ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ໂດຍໄດ້ສະໜອງດ້ານງົບປະມານຈຳນວນໜຶ່ງເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຕ່າງໆ ແລະ ກຳນົດນະໂຍບາຍວີຊາຈຳນວນໜຶ່ງເພື່ອດຶງດູດນັກທ່ອງທ່ຽວຈາກທົ່ວໂລກ.
ຢ່າງໃດກໍຕາມ, ເຖິງແມ່ນວ່າ ການຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ໃນປີ ທ່ອງທ່ຽວລາວ 2024 ຈະປະສົບຜົນສຳເລັດ ແລະ ສາມາດດຶງດູດນັກທ່ອງທ່ຽວໄດ້ເກີນຄາດໝາຍ. ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ ຊີ້ໃຫ້ເຫັນຂໍ້ຄົງຂ້າງໃນການຈັດຕັ້ງປະຕິບັດປີ ທ່ອງທ່ຽວ 2024 ເປັນຕົ້ນແມ່ນ ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ຍັງບໍ່ຕອບສະໜອງໄດ້; ການໂຄສະນາ ຍັງບໍ່ກວ້າງຂວາງເທົ່າທີ່ຄວນ ແລະ ອື່ນໆ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ບົດລາຍງານການຈັດຕັ້ງປະຕິບັດກິດຈະກຳການທ່ອງທ່ຽວຂອງທ້ອງຖິ່ນຈຳນວນໜຶ່ງ, ພ້ອມທັງ ໄດ້ຕີລາຄາຕໍ່ໝາກຜົນທີ່ຍາດມາໄດ້ ກ້າວໄປເຖິງການຖອດຖອນບົດຮຽນບາງບັນຫາທີ່ສຳຄັນ ທີ່ຕ້ອງເສີມຂະຫຍາຍ ເພື່ອຍູ້ແຮງການທ່ອງທ່ຽວ, ປຶກສາຫາລື ເພື່ອກຳນົດທິດທາງ, ວິທີການ, ມາດຕະການແກ້ໄຂບາງບັນຫາຈຳນວນໜຶ່ງ ທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງ ເປັນຕົ້ນ ການວາງແຜນຈັດສັນທ່ອງທ່ຽວບໍ່ທັນລະອຽດຄົບຖ້ວນ ແລະ ແທດຕົວຈິງ, ກົນໄກການປະສານສົມທົບບໍ່ທັນໂລ່ງລ່ຽນວ່ອງໄວ, ການແກ້ໄຂບັນຫາທີ່ເກີດຂຶ້ນບໍ່ທັນການ, ການດຳເນີນກິດຈະກຳຍັງເຮັດບໍ່ທັນຮັດກຸມເທົ່າທີ່ຄວນ, ເກີດມີບັນຫາ ຢາເສບຕິດ, ປະກົດການຫຍໍ້ທໍ້ທາງສັງຄົມ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ບັນຫາໄພສັງຄົມ, ມີການສວຍໂອກາດຂອງເຈົ້າໜ້າທີ່ຂອງພາກລັດ ແລະ ຜູ້ປະກອບການຈຳນວນໜຶ່ງ ແລະ ບັນຫາອື່ນໆທີ່ກະທົບຕໍ່ຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວ ຫຼາຍສົມຄວນ, ທັງໝົດນັ້ນໄດ້ຈຳກັດໝາກຜົນ ແລະ ກົດໜ່ວງການພັດທະນາ ຂະແໜງການທ່ອງທ່ຽວ ຢູ່ ສປປ ລາວ ເຊິ່ງຕ້ອງໄດ້ສຸມໃສ່ແກ້ໄຂຢ່າງທັນການ.