Visit BigblueAgency
ປີ 2021 ລາວເກີນດຸນການຄ້າ 1.000 ລ້ານໂດລາສະຫະລັດ

ປີ 2021 ລາວເກີນດຸນການຄ້າ 1.000 ລ້ານໂດລາສະຫະລັດ

ປີ 2021 ທີ່ຜ່ານມາ, ມູນຄ່າການການສົ່ງອອກ ແລະ ນໍາເຂົ້າສິນຄ້າຂອງ ສປປ ລາວບັນລຸໄດ້ປະມານ 13.000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 7.000 ລ້ານໂດລາ ແລະ  ມູນຄ່າການນໍາເຂົ້າ ມີປະມານ 6.000 ລ້ານໂດລາ ນັ້ນໝາຍຄວາມວ່າລາວເກີນດຸນການຄ້າ ຫຼື ມູນຄ່າສິນຄ້າສົ່ງອອກຫຼາຍກວ່າການນໍາເຂົ້າ ປະມານ 1.000 ລ້ານໂດລາ. 

 ສິນຄ້າສົ່ງອອກຫຼັກຂອງລາວປະກອບມີ: ຄຳປະສົມ/ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ຝຸ່ນ (ປຸຍ), ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ແລະ ເກີບ. 

ສະເພາະສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນໍ້າມັນເຊື້ອໄຟ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ແກ້ວປະເສີດ ຫຼື ເຄິ່ງປະເສີດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະລິດຕະພັນການຢາ (ເພສັດຊະກໍາ), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ສາຍໄຟຟ້າ/ເຄເບີ້ນ, ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ອຸປະກອນຖ່າຍພາບ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາ ປີ 2021 ນີ້ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ.

Related Articles

Leave a Reply