Vientiane Times Lao
<strong>ປີ 2021, ສປ ຈີນ ກວມເອົາ 75% ຂອງການລົງທຶນຕ່າງປະເທດ ຢູ່ແຂວງສາລະວັນ</strong>

ປີ 2021, ສປ ຈີນ ກວມເອົາ 75% ຂອງການລົງທຶນຕ່າງປະເທດ ຢູ່ແຂວງສາລະວັນ

ປີ 2021 ຜ່ານມານີ້, ການລົງທຶນຂອງຕ່າງປະເທດ ຢູ່ແຂວງສາລະວັນ ສ່ວນໃຫຍ່ແມ່ນນັກລົງທຶນ ສປ ຈີນ ມີຈໍານວນ 15 ຫົວໜ່ວຍ, ທຶນຈົດທະບຽນ 141,72 ຕື້ກີບ, ກວມເອົາ 75% ຂອງການລົງທຶນຕ່າງປະເທດທັງໝົດ ທີ່ມາລົງທຶນຢູ່ແຂວງສາລະວັນ ເປັນຕົ້ນ: ຂະແໜງກະສິກໍາ, ຂະແໜງອຸດສາຫະກໍາປຸງແຕ່ງ, ການກໍ່ສ້າງ, ຂະແໜງການຄ້າ, ຂະແໜງຂຸດຄົ້ນ ແລະ ອື່ນໆ ອີກ, ຊຶ່ງຕົວເລກດັ່ງກ່າວ ໄດ້ລາຍງານໃນກອງປະຊຸມສະຫຼຸບການລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ປະຈໍາປີ 2021 ເມື່ອບໍ່ດົນມານິ້ ທີ່ແຂວງສາລະວັນ.

ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມ ວ່າ:​ ນັກລົງທຶນທີ່ເຂົ້າມາລົງທຶນຢູ່ແຂວງສາລະວັນ, ໂດຍອີງຕາມຫົວໜ່ວຍທຸລະກິດມາແຈ້ງຂຶ້ນ ແລະ ດັດແກ້ທະບຽນວິສາຫະກິດທັງໝົດ 126 ຫົວໜ່ວຍ, ມີທຶນຈົດທະບຽນມູນຄ່າ 484,18 ຕື້ກີບ, ໃນນັ້ນ ເອກະຊົນພາຍໃນ 106 ຫົວໜ່ວຍ, ທຶນຈົດທະບຽນ 211,46 ຕື້ກີບ, ຕ່າງປະເທດ 20 ຫົວໜ່ວຍ, ທຶນຈົດທະບຽນ 272,72 ຕື້ກີບ ທຽບໃສ່ປີຜ່ານມາຫຼຸດລົງ 10 ຫົວໜ່ວຍ.

ນອກຈາກນັ້ນ, ໃນກອງປະຊຸມດັ່ງກ່າວ ຍັງໄດ້ປຶກສາ-ຫາລື ເນັ້ນໃສ່ສ້າງຄວາມເປັນເອກະພາບກັນລະຫວ່າງນັກທຸລະກິດຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ກັບພາກລັດ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສືບຕໍ່ແກ້ໄຂບັນຫາຄົງຄ້າງຕ່າງໆ ທີ່ເປັນອຸປະສັກໃນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາເນີນທຸລະກິດ ຂອງບັນດາຜູ້ປະກອບການພາຍໃນ ແລະຕ່າງປະເທດ ໃຫ້ປະສົບຜົນສໍາເລັດ.

ແຫຼ່ງຂ່າວ: ແຂວງ ສາລະວັນ

Related Articles

Leave a Reply