ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ, ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະ ນັບຕັ້ງແຕ່ຕົ້ນປີ 2025 ມາຮອດວັນທີ 14 ພຶດສະພາ 2025 (ພຽງ 4 ເດືອນກວ່າ) ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນ ໄດ້ທັງໝົດ 5,750 ຕູ້ຄອນເທັນເນີ ຫຼື ປະມານ 156,000 ໂຕນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ການກະຕຸ້ນການສົ່ງອອກສິນຄ້າກະສິກໍາ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງລາວ, ຜ່ານມາ ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດ ໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫຼັກການ “ ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ ”, ບໍ່ວ່າຈະເປັນປະລິມານໜ້ອຍ ຫຼື ຫຼາຍ ຂໍພຽງແຕ່ຜູ້ປະກອບການຮຽກຮ້ອງຕ້ອງການ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນຢ່າງເຕັມທີ່, ພ້ອມກັນນັ້ນ ຍັງໄດ້ປັບປຸງການຈັດຕັ້ງ ແລະ ເພີ່ມຈຳນວນຖ້ຽວລົດໄຟສຳລັບຂົນສົ່ງສິນຄ້າກະສິກຳ ສົມທົບເຈົ້າຫນ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ ເພື່ອຮັບປະກັນໃຫ້ສິນຄ້າກະສິກຳຂອງລາວສາມາດສົ່ງອອກໄດ້ວ່ອງໄວ ແລະ ທັນເວລາ.
ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງຫຼັກທີ່ມີປະສິດທິພາບສູງໃນການສົ່ງອອກສິນຄ້າກະສິກໍາ ໄປຍັງ ສປ ຈີນ ຂອງສປປ ລາວ ແລະ ພາກພື້ນ ດ້ວຍທ່າແຮງທີ່ເປັນຊ່ອງທາງທີ່ປອດໄພ, ຄ່າຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະ ສະດວກສະບາຍ, ສາມາດຕອບສະໜອງຄວາມຕ້ອງການສົ່ງອອກຂອງຜູ້ປະກອບການ, ຊ່ວຍຊຸກຍູ້ການສົ່ງອອກສິນຄ້າກະສິກຳ ຂອງ ສປປ ລາວ. ໂດຍສະເພາະ ນັບແຕ່ຕົ້ນປີ 2025 ມາຮອດວັນທີ 14 ພຶດສະພາ 2025, ທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າກະສິກຳ ໄດ້ທັງໝົດ 172,410 ໂຕນ, ເພີ່ມຂຶ້ນ 40.18 % ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສໍາລັບ ປີ 2024 ທີ່ຜ່ານມາ ປະລິມານສິນຄ້າກະສີກໍາປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ສິນຄ້າກະສິກຳ ອື່ນໆຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເຂົ້າສູ່ຕະຫຼາດໃນເມືອງໃຫຍ່ຂອງຈີນ ເຊັ່ນ: ເມືອງຄຸນໝິງ, ເມືອງສົງຊິ້ງ, ເມືອງກວາງໂຈ ແລະ ເມືອງອື່ນໆ ເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023, ເປັນການຊ່ວຍເບີກທາງ ແລະ ເປີດຕະຫຼາດສາກົນ ໃຫ້ຜະລິດຕະພັນກະສິກໍາຂອງລາວ ໄດ້ອີກບາດກ້າວໜຶ່ງ.
ຂໍ້ມູນຈາກ: ທາງລົດໄຟລາວ-ຈີນ