Vientiane Times Lao
ປີ 2025, ຜູ້ປ່ວຍໄຂ້ຍຸງລາຍ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຍັງບໍ່ທັນມີກໍລະນີເສຍຊີວິດ ເທື່ອ

ປີ 2025, ຜູ້ປ່ວຍໄຂ້ຍຸງລາຍ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຍັງບໍ່ທັນມີກໍລະນີເສຍຊີວິດ ເທື່ອ

ປີ 2025, ຍອດຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ ແຕ່ຍັງບໍ່ທັນມີກໍລະນີເສຍຊີວິດ ຍ້ອນໄຂ້ຍຸງລາຍ ເທື່ອ.

ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2025 ຫາວັນທີ 21 ເມສາ2025 ຜ່ານມານີ້ ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 672 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 186 ກໍລະນີ, ຮອງລົງມາ ແຂວງ ຫຼວງນໍ້າທາ 102 ກໍລະນີ, ຫຼວງພະບາງ 74 ກໍລະນີ ແລະ ແຂວງອື່ນໆ ອີກ.

ສະເພາະ ໃນປີ 2024 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 11 ຄົນ ຍ້ອນໄຂ້ຍຸງລາຍ ໃນຂອບເຂດທົ່ວປະເທດລາວ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນປີ 2023 ຜ່ານມາ ຫຼຸດລົງ 9 ຄົນ ຊຶ່ງມີຜູ້ເສຍຊີວິດ 20 ຄົນ.

ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ເປັນໜຶ່ງພະຍາດທີ່ອັນຕະລາຍຕໍ່ຄົນເຮົາ, ທັງເປັນພະຍາດຊໍ້າເຮື້ອເກີດຂຶ້ນມາດົນນານ ແລະ ເກີດຂຶ້ນໃນແຕ່ລະປີ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວມີຈຳນວນຫຼາຍ ໃນຂອບ​ເຂດທົ່ວປະເທດ, ເນື່ອງຈາກສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການຈຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.

Related Articles

Leave a Reply