Vientiane Times Lao
ປູກຕົ້ນຊາກຸຣະ 150 ຕົ້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຍີ່ປຸ່ນ

ປູກຕົ້ນຊາກຸຣະ 150 ຕົ້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຍີ່ປຸ່ນ

ລັດຖະບານລາວ ແລະ ຍີ່ປຸ່ນ ໄດ້ຈັດພິທີປູກຕົ້ນຊາກຸຣະ ຈໍານວນ 150 ຕົ້ນ ເມື່ອມໍ່ໆມານີ້ຢູ່ສວນຊາກຸຣະ ເມືອງວຽງໄຊ ແຂວງຫົວພັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 65 ປີ ໃນປີ 2020 ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປໃນເວລານັ້ນ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນພິທີດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງແຂວງຫົວພັນ, ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ສວນຊາກຸຣະ ຢູ່ເມືອງວຽງໄຊ ແຂວງຫົວພັນເປັນໂຄງການທີ່ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມທີ່ມີມາແຕ່ດົນນານລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ, ການປູກຕົ້ນຊາກຸຣະ ເພີ່ມຕື່ມ ຈໍານວນ 150 ຕົ້ນນີ້ແມ່ນນອນຢູ່ໃນແຜນປະຕິບັດງານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ປະກາດຮັບຮອງເອົາ ໃນເດືອນເມສາ 2021 ຜ່ານມາ.

ການປູກຕົ້ນຊາກຸຣະດັ່ງກ່າວເກີດຂຶ້ນໄດ້ ຍ້ອນການຮ່ວມແຮງຮ່ວມໃຈ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຍີ່ປຸ່ນ ແລະ ສປປ ລາວ ທັງພາກສ່ວນລັດຖະ ບານ ແລະ ປະຊາຊົນ, ໂດຍສະເພາະ ມູນນິທິກອງທຶນການສຶກສາ ຢາມາດະ ໂອຊາມິດຊຶ (YAMADA Osamitsu) ທີ່ໄດ້ສືບສານເຈຕະນາລົມຂອງສອງລັດຖະບານ ຍີ່ປຸ່ນ ແລະ ສປປ ລາວ ໂດຍການນໍາເອົາຕົ້ນຊາກຸຣະມາປູກເພີ່ມ ຕື່ມ, ລວມທັງການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ, ອົງການຄົນພິການອາຊີ ເພື່ອການພັດທະນາ (ADDP) ທີ່ໄດ້ທຸ່ມເຫື່ອເທແຮງໃນການບໍາລຸງຮັກສາ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ແລະ ພາກສ່ວນອື່ນໆ. ດອກຊາກຸຣະ ແມ່ນດອກໄມ້ປະຈໍາຊາດຂອງຍີ່ປຸ່ນທີ່ມີຄວາມສວຍສົດງົດງາມ ແລະ ເປັນທີ່ຮັກມັກຂອງຊາວຍີ່ປຸ່ນ ແລະ ຊາວລາວ ເໝືອນດັ່ງດອກຈໍາປາຂອງລາວທີ່ເປັນດອກໄມ້ປະຈໍາຊາດ, ດັ່ງນັ້ນການປູກຕົ້ນຊາກຸຣະ ເພີ່ມຕື່ມ ຢູ່ ສວນຊາກູຣະມິດຕະພາບ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈະຍິ່ງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກໍຄືຈະເປັນການແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ເຊິ່ງ ຢູ່ ເມືອງວຽງໄຊ ມີຕົ້ນດອກຊາກຸຣະ, ຢູ່ສວນສັດກຽວໂຕ ມີຊ້າງລາວ. ພ້ອມດຽວກັນນັ້ນ, ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ຈະປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຫົວພັນ ໃນຕໍ່ໜ້າ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ