ຮ້ານ ຫັດຖະກຳພອນທິດາ ເຕີນມະນີ ຢູ່ບ້ານນໍ້າດີ ແຂວງຫຼວງນໍ້າທາເປັນຮ້ານທີ່ຜະລິດຜະລິດຕະພັນແຜ່ນແພ, ແຜ່ນຮອງຈອກ, ຮອງຈານ, ຜ້າພັນຄໍ, ສາຍແຂນ, ຖົງຜ້າ, ເສື້ອ, ກະເປົາ ແລະ ອື່ນໆ ທີ່ເປັນເອກະລັກສະເພາະຂອງຊົນເຜົ່າແລນແຕນ ໄດ້ຮັບຄວາມນິຍົມ ແລະ ສົນໃຈຈາກນັກທ່ອງທ່ຽວລາວ ແລະ ຕ່າງປະເທດເປັນຈໍານວນຫຼາຍ.
ທ່ານ ນາງ ພອນທິດາ ເຕີນມະນີ ເຈົ້າຂອງຮ້ານ ຫັດຖະກຳພອນທິດາ ເຕີນມະນີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວເນື່ອງໃນໂອກາດທີ່ເຂົ້າຮ່ວມໃນງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024 ວ່າ: ຖືວ່າເປັນຄັ້ງທີ 2 ທີ່ໄດ້ນໍາເອົາຜະລິດຕະພັນຂອງຮ້ານ ຫັດຖະກຳພອນທິດາ ເຕີນມະນີ ມາເຂົ້າຮ່ວມງານດັ່ງກ່າວ. ໃນເບື້ອງຕົ້ນກ່ອນຈະມາເປັນຮ້ານຫັດຖະກຳພອນທິດາ ເຕີນມະນີ ຂ້າພະເຈົ້າແມ່ນມີອາຊິບໃນການເຮັດໄຮ່, ເຮັດນາ, ພາຍຫຼັງສຳເລັດການເຮັດນາ ແລະ ໄດ້ມາເຮັດວຽກເສີມໃນວຽກງານການປັກແຊ່ວເຄື່ອງຊົນເຜົ່າເພື່ອໄວ້ຂາຍໃຫ້ບັນດານັກທ່ອງທ່ຽວທີ່ມາທ່ອງທ່ຽວຢູ່ພາຍໃນບ້ານ, ໃນ 3-4 ປີຜ່ານມາ ຕົນເອງໄດ້ເຮັດດ້ວຍສີໄມ້ລາຍມືຂອງຕົນເອງທີ່ເນັ້ນໃສ່ເປັນເອກະລັກຂອງຊົນເຜົ່າແລນແຕນ, ປັດຈຸບັນໄດ້ຜະລິດແຜ່ນຮອງຈອກ, ຮອງຈານ, ຜ້າພັນຄໍ, ສາຍແຂນ, ຖົງຜ້າ, ເສື້ອ ແລະ ອື່ນໆ ຊຶ່ງທຸກຜະລິດຕະພັນ ນອກຈາກເຮັດດ້ວຍຕົນເອງແລ້ວ, ໃນນັ້ນຍັງໄດ້ສົ່ງເສີມໃຫ້ປະຊາຊົນໃນບ້ານຕ່າງໆເຮັດຕື່ມອີກ, ປັດຈຸປັນແມ່ນໄດ້ວາງຂາຍຢູ່ຮ້ານຫັດຖະກຳ ພອນທິດາ ເຕີນມະນີ ບ້ານນໍ້າດີ ແຂວງຫຼວງນໍ້າທາ. ໃນນັ້ນ, ຍັງໄດ້ຂາຍທາງອອນລາຍຕື່ມອີກ, ລູກຄ້າສ່ວນຫຼາຍແມ່ນເປັນຄົນລາວ, ສຳລັບສິນຄ້າແຜ່ນຮອງຈອກມີ ລາຄາ 25.000 ກີບ, ກະເປົາ 150.000 ກີບ, ເສື້ອ 750.000 ກີບ, ໃນຂະນະດຽວກັນແຜນການໃນຕໍ່ໜ້າ ແມ່ນຢາກສົ່ງອອກໄປຂາຍຕ່າງປະເທດແຕ່ປັດຈຸບັນແມ່ນຍັງຕ້ອງການຜູ້ໃຫ້ການຮ່ວມມືໃນການຕິດຕໍ່ພົວພັນ ໃນການຂະຫຍາຍອອກຂາຍຕ່າງປະເທດ. ສະນັ້ນ, ຖ້າຫາກມີພາກສ່ວນໃດຢາກເຂົ້າໄປຮ່ວມມື ແລະ ໃຫ້ການຊຸກຍູ້ສົ່ງເສີມກໍສາມາດເຂົ້າໄປຕິດຕໍ່ພົວພັນໄດ້ທີ່ຮ້ານຫັດຖະກຳພອນທິດາ ເຕີນມະນີ.
ທ່ານ ນາງ ພອນທິດາ ເຕີນມະນີ ກ່າວຕື່ມວ່າ: ການມາເຂົ້າຮ່ວມວາງຂາຍສິນຄ້າໃນງານມະຫະກຳ ສີມືຫັດຖະກຳລາວປີນີ້ ແມ່ນເປັນຄັ້ງທີ 2 ຊຶ່ງການມາເຂົ້າຮ່ວມໃນຄັ້ງທີ່ຜ່ານມາກໍເຫັນວ່າໄດ້ຮັບການຕອບຮັບຈາກບັນດານັກທ່ອງທ່ຽວທີ່ເຂົ້າມາທ່ຽວໃນງານໄດ້ເປັນຢ່າງດີ. ສະນັ້ນ, ເຊື່ອແນ່ວ່າຖ້າຫາກຄົນລາວຫາກຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ຈະເປັນການກະຕຸກຊຸກຍູ້, ສົ່ງເສີມໃຫ້ຄົນລາວມີຫົວຄິດປະດິດສ້າງນັບມື້ນັບມີຫຼາຍຜະລິດຕະພັນທີ່ຫຼາກຫຼາຍອອກມາໃຫ້ສັງຄົມໄດ້ຊົມໃຊ້ ແລະ ທັງເປັນການຊ່ວຍເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ເຮັດໃຫ້ຜະລິດ ຕະພັນພາຍໃນມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.
ແຫຼ່ງຂໍ້ມູນຂ່າວ-ພາບ: ສຳນານ