Vientiane Times Lao
ຜາອຸດົມ ເນັ້ນ 5 ບຸນຊົນເຜົ່າເພື່ອດຶງດູດ ນັກທ່ອງທ່ຽວ ໃນການເປີດປີທ່ອງທ່ຽວລາວ 2024

ຜາອຸດົມ ເນັ້ນ 5 ບຸນຊົນເຜົ່າເພື່ອດຶງດູດ ນັກທ່ອງທ່ຽວ ໃນການເປີດປີທ່ອງທ່ຽວລາວ 2024

 ອົງການປົກຄອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຖືເອົາບຸນຊົນເຜົ່າປະກອບມີ: ບຸນກິນເຂົ້າໃໝ່ ຂອງເຜົ່າໄຕດໍາ, ບຸນກິນຈຽງ ຂອງເຜົ່າມົ້ງ, ບຸນເຕັດນຶມ ຂອງເຜົ່າກຶມມຸ, ບຸນຢູນກຣະ ຂອງເຜົ່າກຶມມຸຣອກ ແລະ ບຸນຈູດບັ້ງໄຟ ຂອງເຜົ່າລື້ເພື່ອດຶງດູດນັກທ່ອງທ່ຽວໃນການເປີດປີທ່ອງທ່ຽວລາວ 2024 ພາຍໃນເມືອງ.

ສະເພາະການເປີດປີທ່ອງທ່ຽວລາວ 2024 ຂອງເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ຕິດພັນກັບບຸນປະເພນີຢູນກຣະ ຂອງຊົນເຜົ່າກຶມມຸຣອກ ບ້ານໂຮມສຸກ ເພື່ອເປັນການອະນຸລັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ, ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ.

ພາຍໃນງານມີການວາງສະແດງ ເຄື່ອງຫັດຖະກຳເປັນຕົ້ນ: ແຜ່ນແພ, ເຄື່ອງຈັກສານ, ອຸປະກອນທຳການຜະລິດ, ເຄື່ອງຄົວເຮືອນ, ອາຫານທີ່ເປັນເອກະລັກຂອງບັນດາເຜົ່າ ແລະ ພູມປັນຍາຂອງທ້ອງຖິ່ນ, ພ້ອມທັງມີການສະແດງສີລະປະວັນນະຄະດີຈາກບັນດາເຜົ່າ, ມີທັງບົດຟ້ອນ, ຂັບລຳ, ເຈີມ ທີ່ສ່ອງແສງເຖິງວິຖີຊີວິດ, ວັດທະນະທໍາ, ຂະນົບທໍານຽມ, ຮີດຄອງປະເພນີ ການນຸ່ງຖືແຕ່ງກາຍ ທີ່ເປັນເອກະລັກ ຂອງບັນດາເຜົ່າ ຢ່າງມີບັນຍາກາດເບີກບານມ່ວນຊື່ນ.

ນອກນີ້ໄດ້ມີການແຫ່ເກີ້ງ ກໍ່ຄືການແຫ່ຂະບວນບຸນປະເພນີຢູນກຣະ ໄປພາຍໃນບ້ານ ເພື່ອເປັນການບອກກ່າວ ໃຫ້ຜີບ້ານຜີເຮືອນ ແລະ ສິ່ງສັກສິດທັງປວງ ຊ່ວຍປົກປັກຮັກສາຄຸ້ມຄອງ ບ້ານ, ເມືອງໃຫ້ຢູ່ເຢັນເປັນສຸກ, ການທຳມາຫາກິນ, ການຜະລິດພືດຜົນໄດ້ດຳເນີນໄປຢ່າງດີ ແລະ ໄດ້ຮັບຜົນດີຂື້ນເລື້ອຍງໆ.

 ບຸນປະເພນີຢູນກຣະ ເຜົ່າກຶມມຸຣອກ ປະຊາຊົນບ້ານໂຮມສຸກໄດ້ຈັດຂື້ນໃນທຸກໆປີຕາມການເຊື່ອຖືແຕປູ່ຍາຕາຍາຍ ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນພະບູລຸດທີ່ໄດ້ລ່ວງລັບໄປແລ້ວ, ເປັນການສະເຫຼີມສະຫຼອງຜົນງານການເກັບກ່ຽວຜົນຜະລິດກະສິກຳ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ພົບປະສ້າງສັນ, ມ່ວນຊື່ນ ພາຍຫຼັງສຳເລັດການເກັບກ່ຽວຕ່າງໆ. 

 ຂໍ້ມູນ: ໜັງສືພິມແຂວງບໍ່ແກ້ວ

Related Articles

Leave a Reply