Vientiane Times Lao
ຜູ້ຂັບຂີ່ດື່ມສິ່ງມືນເມົາ ຈະຖຶກກັກຕົວ ແລະ ປັບໃໝ ໄລຍະການສະຫຼອງຕ້ອນຮັບປີໃໝ່ສາກົນ

ຜູ້ຂັບຂີ່ດື່ມສິ່ງມືນເມົາ ຈະຖຶກກັກຕົວ ແລະ ປັບໃໝ ໄລຍະການສະຫຼອງຕ້ອນຮັບປີໃໝ່ສາກົນ

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການເມື່ອບໍ່ດົນມານີ້ ເຖີງບັນດາຜູ້ຂັບຂີ່ຕາມທ້ອງຖະໜົນ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ສາກົນ 2022 ຊາບວ່າ:

ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ ຕຳຫຼວດຈະລາຈອນຈະໄດ້ກັກໄວ້, ຊ່ວາງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ ໝູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ ພ້ອມທັງ ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ລົດຈັກຢ່າງເດັດຂາດ.

ໃນນັ້ນ ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ (ຖ້າຫາກລະເມີດຈະໄດ້ກັກລົດໄວ້ເພື່ອຄວາມປອດໄພຂອງທ່ານ) ແລະ ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.

ຖ້າບຸກຄົນໃດລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

Related Articles

Leave a Reply