ກະຊວງສາທາລະນະສຸກ ໄດ້ວາງແຜນທິດທາງໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ຍັງແຂງແຮງດີ ແລະ ບໍ່ມີອາການຫຍັງ ອາດຈະອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້ ເພື່ອເອົາຕຽງໄວ້ໃຫ້ຜູ້ຕິດເຊື້ອທີ່ມີອາການຮ້າຍແຮງ.
ການອະນຸຍາດໃຫ້ປິ່ນປົວຢູ່ເຮືອນນັ້ນຈະມີທີມງານແພດໝໍສະເພາະເພື່ອເບິ່ງແຍງຜູ້ຕິດເຊື້ອໂດຍຜ່ານການຕິດຕໍ່ທາງໂທລະສັບສາຍດ່ວນ 164 ທີ່ເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ.
ທ່ານ ຄຳໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ແຈ້ງ ໃຫ້ຮູ້ເມື່ອມໍ່ໆມານີ້ວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດເເມ່ນໄດ້ແຜ່ລາມໄປທົ່ວທຸກແຂວງແລ້ວ ຊຶ່ງ 100 ຄົນຜູ້ທີ່ຮັບເຂົ້າກວດຫາເຊື້ອພະຍາດດັ່ງກ່າວຈະພົບຜູ້ຕິດເຊື້ອປະມານ 40 ຄົນ, ໃນສະພາບທີ່ການຕິດເຊື້ອຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເພື່ອຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອມີອາການຮຸນແຮງ, ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່ໂດຍພິຈາລະນາ ອີງໃສ່ປະເພດຄົນຕິດເຊື້ອໂຄວິດ-19 ເຊັ່ນ: ກຸ່ມທີ່ຕິດເຊື້ອບໍ່ມີອາການ, ກຸ່ມຕິດເຊື້ອມີອາການເບົາບາງ ແລະ ກຸ່ມທີ່ມີອາການຮຸນແຮງເຖິງຂັ້ນວິກິດ. ຕໍ່ແນວທາງການປິ່ນປົວ ໃໝ່ນີ້ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ: ຕ້ອງມີຫ້ອງສໍາລັບແຍກປ່ຽວຄົນຕິດ ເຊື້ອ, ມີຄົນເບິ່ງແຍງໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ, ມີຄວາມສາມາດສື່ສານຕິດຕໍ່ຫາທີມແພດ ເພື່ອລາຍງານສະພາບ ແລະ ເວລາຕ້ອງການຄວາມຊ່ວຍເຫຼືອ, ພ້ອມທັງບໍ່ມີປັດໄຈສ່ຽງອື່ນໆທີ່ເປັນຂໍ້ຫ້າມ. ສໍາລັບລາຍລະອຽດກ່ຽວກັບເງື່ອນໄຂອື່ນໆຂອງຜູ້ປິ່ນປົວຢູ່ເຮືອນຕ້ອງຕິດຕາມຕົນເອງແນວໃດ ແລະ ປິ່ນປົວແນວໃດນັ້ນ ໃຫ້ຕິດຕາມໄດ້ໃນລາຍການສໍາພາດລະອຽດຂອງສູນຂ່າວສານການແພດສຸຂະສຶກສາ ເພື່ອເຂົ້າໃຈຢ່າງລະອຽດເລິກເຊິ່ງ.
ທ່ານ ຄຳໃສ ເດດລືໄຊ ກ່າວໃຫ້ຮູ້ອີກວ່າ: ໃນຂະນະທີ່ການແຜ່ເຊື້ອໃນນະຄອນຫຼວງວຽງຈັນ ຍັງບໍ່ມີທ່າອ່ຽງຈະຫຼຸດລົງ ກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດນະຄອນຫຼວງວຽງຈັນຮ່ວມກັບພາກສ່ວນກ່ຽວຂ້ອງ 9 ຕົວເມືອງ ປັບຍຸດທະສາດໃໝ່ຈາກທ່າຮັບຄົນເຈັບໃນສະຖານບໍລິການ ມາເປັນທ່າບຸກ ເພື່ອຄົ້ນຫາຄົນຕິດເຊື້ອໃຫ້ໄວທີ່ສຸດໃນບ້ານແດງໃໝ່ ແລະ ແຍກປິ່ນປົວຜູ້ຕິດເຊື້ອໃຫ້ໄວທີ່ສຸດ ພ້ອມທັງຄົ້ນຫາຜູ້ສຳຜັດໃກ້ຊິດ ເພື່ອກັກຕົວສະກັດກັ້ນການແຜ່ເຊື້ອ ລວມທັງການຄົ້ນຫາກຸ່ມເປົ້າໝາຍທີ່ຍັງບໍ່ທັນສັກວັກຊິນ ເພື່ອຈະໄດ້ສັກວັກຊິນໄປພ້ອມໃຫ້ໄດ້ 100% ໂດຍການຮ່ວມມືກັບອໍານາດການປົກຄອງບ້ານ, ຄອບຄົວຜູ້ຕິດເຊື້ອ ແລະ ຄອບຄົວອ້ອມຂ້າງທັງໝົດມີສ່ວນຮ່ວມເປັນເຈົ້າການປະຕິບັດ ເພື່ອໃຫ້ບ້ານຂອງຕົນເອງຫຼຸດພົ້ນຈາກການເປັນບ້ານແດງຕາມກໍານົດເວລາ ຫຼື ຫຼຸດໄດ້ໄວກວ່ານັ້ນຍິ່ງເປັນການດີ.
ຂ່າວ: ພູວັນ