Vientiane Times Lao
ຜູ້ຕ້ອງສົງໄສສັນຊາດຈີນ 2.876 ຄົນ ໃນຄະດີການຫຼອກລວງທາງໂທລະຄົມ ທີ່ເມຍວາດີມຽນມາ ຖືກຄຸມຕົວສົ່ງຄືນຈີນ ໂດຍແບ່ງເປັນຫຼາຍຊຸດ

ຜູ້ຕ້ອງສົງໄສສັນຊາດຈີນ 2.876 ຄົນ ໃນຄະດີການຫຼອກລວງທາງໂທລະຄົມ ທີ່ເມຍວາດີມຽນມາ ຖືກຄຸມຕົວສົ່ງຄືນຈີນ ໂດຍແບ່ງເປັນຫຼາຍຊຸດ

ເມື່ອບໍ່ດົນມານີ້, ຜູ້ຕ້ອງສົງໄສສັນຊາດຈີນ 2.255 ຄົນ ໃນຄະດີການຫຼອກລວງທາງໂທລະຄົມທີ່ ເມຍວາດີປະເທດມຽນມາ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດຈີນ ຄຸມຕົວຜ່ານປະເທດໄທ ສົ່ງຄືນປະເທດ. ນັບແຕ່ວັນທີ 20 ກຸມພາ ປີນີ້ເປັນຕົ້ນມາ, ຈີນ, ມຽນມາ ແລະ ໄທ ໄດ້ເລີ່ມຮ່ວມມືເຮັດວຽກການຄຸມຕົວຜູ້ຕ້ອງສົງໄສ ໃນຄະດີການຫຼອກລວງທາງໂທລະຄົມ ທີ່ເມຍວາດີປະເທດມຽນມາ ກັບຄືນຈີນ ແລະ ນັບແຕ່ນັ້ນມາ ໄດ້ມີຜູ້ຕ້ອງສົງໄສສັນຊາດຈີນຈຳນວນ 2.876 ຄົນຖືກຄຸມຕົວ ສົ່ງຄືນຈີນ.

ນັບແຕ່ປີນີ້ເປັນຕົ້ນມາ, ໂດຍແນໃສ່ການກະທຳຕ້ອງໂທດທີ່ຫຼອກລວງທາງໂທລະຄົມ ທີ່ຖືພົນລະເມືອງຈີນ ເປັນເປົ້າໝາຍ ທີ່ມີເຮືອນຮັງຢູ່ເມຍວາດີຂອງມຽນມາ ມີສະຖານະການອັນຂ້ຽວຂາດ, ເຈົ້າໜ້າທີ່ຕຳຫຼວດຂອງຈີນ, ມຽນມາ ແລະ ໄທ ໄດ້ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍຢ່າງບໍ່ຢຸດຢັ້ງ, ໄດ້ບີດຮັດພື້ນທີ່ການດຳລົງຄົງຕົວຂອງອາຊາຍາກຳການຫຼອກລວງທາງໂທລະຄົມ ຢູ່ເຂດເມຍວາດີຂອງມຽນມາ ຢ່າງສຸດຂີດ. ແຕ່ວັນທີ 20 ເດືອນກຸມພາເປັນຕົ້ນມາ, ກະຊວງປ້ອງກັນຄວາມສະຫງົບຂອງຈີນ ໄດ້ຄຸມຕົວຜູ້ຕ້ອງສົງໄສສັນຊາດຈີນ ຈຳນວນ 2.876 ຄົນ ທີ່ມຽນມາ ສົ່ງໃຫ້ຝ່າຍຈີນ ກັບຄືນປະເທດໂດຍແບ່ງເປັນຫຼາຍຊຸດ ແລະ ຜ່ານປະເທດໄທ ເຊິ່ງເປັນການສ້າງພະລັງສະເທືອນອັນຊົງອານຸພາບ ໃຫ້ແກ່ກຸ່ມອາຊະຍາກຳຕ່າງປະເທດ ທີ່ຖືພົນລະເມືອງຈີນ ເປັນເປົ້າໝາຍ

ຂ່າວ: CMG

Related Articles

Leave a Reply