Vientiane Times Lao
ຜູ້ປະສົບໄພນ້ຳຖ້ວມຢູ່ສາລະວັນກັບ ບ້ານເກືອບໝົດແລ້ວ

ຜູ້ປະສົບໄພນ້ຳຖ້ວມຢູ່ສາລະວັນກັບ ບ້ານເກືອບໝົດແລ້ວ

ຜູ້ປະສົບໄພນໍ້າຖ້ວມໄດ້ພາກັນກັບຄືນບ້ານເຮືອນຂອງຕົນເອງເກືອບໝົດ ແລ້ວ, ພາຍຫຼັງທີ່ລະດັບນ້ຳໄດ້ຫຼົດລົງ ຢ່າງຕໍ່ເນື່ອງ ໃນມື້ນີ້ 08/09/2019.
ໃນຕອນຄໍ່າຂອງມື້ນີ້ທີມນັກຂ່າວຂອງໜັງສືພິມວຽງຈັນທາຍ ແລະ ກອງທັບ ປະຊາຊົນລາວໄດ້ເດີນທາງເຂົ້າຢ້ຽມ ສູນຜູ້ປະສົບໄພນໍ້າຖ້ວມທີ່ຫ້ອງການ ປົກຄອງເມືອງຄົງເຊໂດນ ແຂວງສາ ລະວັນ ແລະ ກໍ່ໄດ້ພົບວ່າ ຈຳນວນ ຜູ້ປະສົບໄພດັ່ງກ່າວຍັງຢູ່ສະຖານທີ່ນັ້ນ ພຽງແຕ່ 100 ກ່ວາ ຄົນ ຈາກທີ່ມີ ປະມານ 3,000 ຄົນ ທີ່ໄດ້ຮັບປະສົບ ໄພພິບັດນ້ຳຖ້ວມດັ່ງກ່າວ.
ປະຈຸບັນ, ນໍ້າໄດ້ເລີ່ມຫຼຸດລົງຢ່າງຕໍ່ ເນື່ອງ ສະນັ້ນ ບັນດາຜູ້ປະສົບໄພສ່ວນ ໃຫຍ່ ກໍ່ໄດ້ພາກັນກັບບ້ານເຮືອນຂອງ ຕົນເອງ. ສ່ວນຜູ້ຍັງສືບຕໍ່ພັກຢູ່ສູນພັກຊົ່ວຄາວ ກໍ ຫວັງວ່າຈະໄດ້ກັບຄືນບ້ານໃນໄວໆ ນີ້. ພ້ອມກັນນີ້ຢູ່ພາຍໃນສູນພັກຊົ່ວ ຄາວ ກໍ່ໄດ້ມີການສາຍວີດີໂອ ເພື່ອ ສ້າງກໍາລັງໃຈ ແລະ ຜ່ອນຄາຍຄວາມ ຕຶງຄຽດໃຫ້ແກ່ຜູ້ປະສົບໄພອີກດ້ວຍ.
ຂ່າວ-ພາບ: ຄຳພັນ

Related Articles

Leave a Reply