Vientiane Times Lao
ຜູ້ເສຍຊີວິດຈາກໄພພິບັດນ້ຳຖ້ວມ ເພີ່ມ 14 ຄົນ

ຜູ້ເສຍຊີວິດຈາກໄພພິບັດນ້ຳຖ້ວມ ເພີ່ມ 14 ຄົນ

ຈຳນວນຜູ້ເສຍຊີວິດຈາກໄພພິບັດນ້ຳ ຖ້ວມພາກໃຕ້ ເພີ່ມຂຶ້ນເປັນ 14 ຄົນ ແລ້ວ ຈາກການລາຍງານຂອງກອງ ເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃນຕອນ ເຊົ້້າມື້ນີ້ 08/09/2019 ທີ່ນະຄອນ ຫຼວງວຽງຈັນ.
ໃນຈຳນວນດັ່ງກ່າວ ແມ່ນ ມີຜູ້ເສຍ ຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ, 3 ຄົນ ຢູ່ສາລະວັນ, 5 ຄົນ ຢູຈຳປາສັກ ແລະ 4 ຄົນຢູ່ແຂວງອັດຕະປື.
ທ່ານ ວິໄລພົງ ສີສົມຫວັງ ວ່າການແທນຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນກອງ ເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ກ່າວວ່າ: ໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019 ສປປລາວ ໄດ້ຮັບຜົນກະທົບຈາກ ລົມພະຍຸ ໜຸນເຂດຮ້ອນຫຼາຍຫ່າເຮັດໃຫ້ມີຝົນ ຕົກໜັກ ແລະ ເກີດນໍ້າຖ້ວມ ຢູ່ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ໄພພິບັດທຳມະຊາດນີ້ໄດ້ເຮັດປະຊາ ຊົນທີ່ອາໃສຢູ່ບັນດາແຂວງເຫຼົ່ານີ້ມີ ການສູນເສຍຊີວິດເຖິງ 14 ຄົນ, ປະຊາຊົນໄດ້ຮັບຜົນກະທົບ 224,604 ຄົນ ຈາກ 122,892 ຄອບຄົວ.
ທ່ານ ວິໄລພົງໄດ້ອະທີ່ບາຍຕື່ມອີກວ່າ: ປະຈຸບັນໄດ້ມີການຍົກຍ້າຍ 7,559 ກວ່າຄອບຄົວ (64,022 ກວ່າຄົນ), ບ້ານເຮືອນຂອງປະຊາຊົນຈໍານວນ ຫຼາຍຖືກນໍ້າຖ້ວມ, ພື້ນທີ່ການຜະລິດ ກະສິກໍາ ເຊັ່ນ: ເນື້ອທີ່ນາ 139,829 ກວ່າ ເຮັກຕາ, ສວນ 251 ເຮັກຕາ, ໜອງປາ 1,922 ໜອງ, ສັດລ້ຽງຫຼາຍ ກວ່າ 300 ໂຕຖືກຍ້າຍໄປຢູ່ບ່ອນທີ່ ປອດໄພ, ຊົນລະປະທານ 33 ແຫ່ງ, ອ່າງເກັບນໍ້າ 43 ແຫ່ງ, ຄອງເໝືອງ 64.025 ແມັດ, ເສັ້ນທາງຄົມມະນາ ຄົມຖືກຕັດຂາດ ຍ້ອນນໍ້າຖ້ວມ ໃນນີ້ ມີຫຼາຍກວ່າ 252 ກມ, ຂົວ 12 ແຫ່ງ ຖືກນໍ້າຖ້ວມ, ໂຮງຮຽນ 215 ແຫ່ງ, ໂຮງໝໍ ແລະ ສຸກສາລາ 10 ແຫ່ງ. ຄວາມຕ້ອງການຮີບດ່ວນ ລວມມີ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຮືອພ້ອມຄົນຂັບ ແລະ ງົບປະມານຮັບໃຊ້, ອື່ນໆ.
ປະຈຸບັນທາງພາກລັດ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ກູ້ໄພ ພ້ອມ ດ້ວຍອາສາສະໝັກຕ່າງໆໄດ້ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບອອກມາໄດ້ຈຳນວນໜຶ່ງ ແລະ ນຳໄປພັກຢູ່ສະຖານ ທີ່ພັກຊົ່ວຄາວແລ້ວ ແລະກໍ່ສາມາດນຳ ເອົາເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນເຂົ້າໄປໃຫ້ຜູ້ທີ່ໄດ້ຮັບຜົນກະທົບຢູ່ ໃນເຂດທີ່ພາຫະນະບໍ່ສາມາດເຂົ້າໄປ ເຖິງໄດ້ຫຼາຍບ່ອນ.
ທ່ານ ວິໄລພົງ ໄດ້ກ່າວຕື່ມວ່າ: ຈະສືບຕໍ່ຕິດຕາມສະພາບຜົນກະທົບ ແລະ ເຮັດການປະເມີນຄວາມເສຍ ຫາຍ ແລະ ຄວາມຕ້ອງການເພື່ອ ວາງແຜນຟື້ນຟູຫຼັງໄພພິບັດ ທັງໄລ ຍະສັ້ນ ແລະ ຍາວ.
ສືບຕໍ່ລະດົມວັດຖຸແລະປັດໄຈຕ່າງໆ ຈາກສັງຄົມ ເພື່ອໃຫ້ການຊ່ວຍ ເຫຼືອສຸກເສີນ ຕໍ່ຜູ້ປະສົບໄພພິບັດ ຢູ່ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້.
ຂ່າວ: ສຸກນີລັນດອນ
ພາບ: PMO, ຂປລ ແລະ ກອງທັບປະຊາຊົນລາວ

Related Articles

Leave a Reply