ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຜົ້ງສາລີ ຈະຈັດງານ ເທດສະການອາຫານຊົນເຜົ່າ ແລະ ດື່ມນ້ຳຊາ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2024 ນີ້ ຊຶ່ງເປັນກິດຈະກໍາລະດັບແຂວງເພື່ອສົ່ງເສີມປີທ່ອງລາວ 2024.
ທ່ານ ສົມຕຸ້ຍ ພົມມະວົງໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຜົ້ງສາລີໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນກໍາລັງກະກຽມການເປີດປີທ່ອງທ່ຽວຂອງແຂວງຜົ້ງສາລີ,ໃນນັ້ນໄດ້ມີຄວາມເປັນເອກະພາບໂດຍໄດ້ ກຳນົດເອົາເທດສະການອາຫານຊົນເຜົ່າ ແລະ ດື່ມນ້ຳຊາເປັນກິດຈະກໍາລະດັບ ແຂວງ.
ພາຍໃນງານຈະມີຫຼາຍກິດຈະກໍາເປັນຕົ້ນແມ່ນການປະກວດອາຫານເຜົ່າ, ການຊົງຊາ, ປະກວດນາງງາມຊົນເຜົ່າ, ວາງສະແດງອາຫານຂອງບັນດາເຜົ່າ, ສິນຄ້າຜະລິດຕະພັນຊາ ແລະ ສິນຄ້າໂອດ໋ອບຂອງແຂວງ, ພ້ອມມີການສະແດງສີລະປະວັນນະຄະດີ ແລະ ອື່ນໆ.
ນອກຈາກກິດຈະກຳປີທ່ອງທ່ຽວລະດັບແຂວງແລ້ວກໍຍັງມີຫຼາຍກິດຈະກຳປີທ່ອງທ່ຽວລະດັບເມືອງ ແລະ ມາຮອດປະຈຸບັນໄດ້ຈັດຕັ້ງປະຕິບັດສຳເລັດໄປແລ້ວ 2 ກິດຈະກໍາຢູ່ເມືອງບຸນເໜືອ ແລະ ເມືອງບຸນໃຕ້ ຊຶ່ງໃນໄວໆນີ້ກໍຈະມີກິດຈະກຳເປີດປີທ່ອງທ່ຽວຂອງເມືອງຍອດອູ 2024 ຕິດພັນກັບງານສະເຫຼີມສະຫຼອງພະທາດອົງໄຫ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-24 ມີນາ 2024 ນີ້.
ສູນຂ່າວ: ແຂວງຜົ້ງສາລີ