ໄລຍະ 7 ວັນ, ນັບແຕ່ວັນທີ 21-27 ກັນຍານີ້, ທົ່ວທຸກພາກຂອງປະເທດລາວຍັງຈະມີຝົນຕົກໃນລະດັບຄ່ອຍ, ປານກາງ ແລະ ຕົກໜັກຢູ່ບາງ ທ້ອງຖິ່ນຂອງແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ ແລະ ຈະມີຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນກ່ຽວກັບສະພາບອາກາດ ໃນຂອບເຂດທົ່ວປະເທດນັບແຕ່ວັນທີ 21-27 ກັນຍານີ້ ແລະ ຊີ້ໃຫ້ເຫັນວ່າ ປະເທດລາວຍັງຈະມີຝົນສືບຕໍ່ຕົກຢູ່ທົ່ວທຸກພາກຂອງປະເທດເຖິງແມ່ນວ່າພະຍຸລູກໝູນ ໂນອຶນ ຈະອ່ອນກໍາລັງລົງແລ້ວກໍ່ຕາມ ຍ້ອນຄວາມກົດດັນສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ບັນດາແຂວງພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ຊຶ່ງໃນລັກສະນະນີ້ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ແຕ່ລະພາກ, ຝົນຕົກປານກາງຫາໜັກຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກໃຕ້ພ້ອມມີລົມພັດແຮງເປັນບາງໂອກາດ.
ຂ່າວ: ວຽງຈັນທາຍ