ພະຍາດໝາກແດງເປັນພະຍາດທີ່ອັນຕະລາຍຫຼາຍ ແຕ່ສາມາດປ້ອງກັນໄດ້ ດ້ວຍການສັກວັກຊີນ, ຖ້າຄົນເຮົາບໍ່ໄດ້ຮັບການສັກວັກຊີນຄົບມາກ່ອນ ເມື່ອຕິດເຊື້ອແລ້ວ ສາມາດເຮັດໃຫ້ເຈັບປ່ວຍໜັກ ແລະ ເສຍຊີວິດໄດ້.
ພະຍາດໝາກແດງ ມີທັງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຄື: ພະຍາດໝາກແດງໃຫຍ່ ເກີດຈາກໄວຣັສຊະນິດໜຶ່ງທີ່ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ໄວຫຼາຍ ຊຶ່ງຜູ້ຕິດເຊື້ອສາມາດແຜ່ເຊື້ອໃຫ້ຄົນອື່ນຜ່ານລົມຫາຍໃຈ, ການໄອ ຫຼື ຈາມ ແລະ ທຸກຄົນສາມາດເປັນພະຍາດໝາກແດງໃຫຍ່ໄດ້ ແຕ່ພົບຫຼາຍໃນເດັກນ້ອຍ, ນອກຈາກນັ້ນ ພະຍາດໝາກແດງໃຫຍ່ຈະແຜ່ເຊື້ອພາຍໃນລະບົບທາງເດີນຫາຍໃຈ ແລະ ແຜ່ລາມໄປທົ່ວຮ່າງກາຍ ແລະ ອາການທີ່ສະແດງອອກມີ: ໄຂ້ສູງ, ໄອ, ຂີ້ມູກຍ້ອຍ ແລະ ມີຕຸ່ມ ແລະ ມີຜືນທົ່ວຮ່າງກາຍ.
ພະຍາດໝາກແດງນ້ອຍ ເປັນພະຍາດຕິດຕໍ່ກັນຈາກໄວຣັດຊະນິດໜຶ່ງ ຊຶ່ງເປັນສາເຫດເຮັດໃຫ້ເກີດພາວະຜິດປົກກະຕິມາແຕ່ກຳເນີດ, ພະຍາດໝາກແດງນ້ອຍແຜ່ເຊື້ອຜ່ານລະອອງຝອຍຈາກຜູ້ຕິດເຊື້ອເວລາທີ່ໄອ ຫຼື ຈາມ, ພະຍາດໝາກແດງນ້ອຍເຮັດໃຫ້ມີໄຂ້ຕ່ຳໆ ແລະ ຜືນແດງທັງໃນເດັກ ແລະ ຜູ້ໃຫຍ່, ຖ້າແມ່ຍິງຖືພາຕິດເຊື້ອພະຍາດນີ້ຕັ້ງແຕ່ຕອນຕົ້ນຂອງການຖືພາ ພະຍາດນີ້ ສາມາດນໍາໄປສູ່ການຫຼຸລູກ, ການເສຍຊີວິດຂອງເດັກໃນທ້ອງ ຫຼື ຄວາມຜິດປົກກະຕິແຕ່ກຳເນີດທີ່ເອີ້ນວ່າ “ພະຍາດໝາກແດງນ້ອຍແຕ່ກຳເນີດ”. ເດັກນ້ອຍທີ່ຕິດເຊື້ອໝາກແດງນ້ອຍມາແຕ່ເກີດ ສາມາດມີບັນຫາດ້ານການ ໄດ້ຍິນທີ່ຮ້າຍແຮງ, ດວງຕາຜິດປົກກະຕິ, ຫົວໃຈມີບັນຫາ ແລະ ມີຄວາມ ພິການຫຼາຍຢ່າງຕະຫຼອດ. ການສັກວັກຊີນໃຫ້ຄົນເປັນວິທີປ້ອງກັນທີ່ປອດໄພ ແລະ ດີທີ່ສຸດ ເພື່ອປົກປ້ອງແມ່ຍິງຖືພາ ແລະ ເດັກນ້ອຍທຸກຄົນ ຈາກພະຍາດໝາກແດງນ້ອຍ.
ສໍາລັບ ປີ 2024 ນີ້, ຂະບວນການສັກວັກຊິນ ແນໃສ່ເດັກນ້ອຍທີ່ມີອາຍຸ 9 ຫາ 59 ເດືອນ ຫຼື ຕ່ຳກວ່າ 5 ປີ ແລະ ແນໃສ່ປ້ອງກັນໃຫ້ແກ່ເດັກນ້ອຍຈຳນວນຫຼາຍກ່ວາເຄິ່ງລ້ານຄົນຈາກພະຍາດທັງສອງຊະນິດ. ຂະບວນການສັກວັກຊິນ ນີ້ ແມ່ນເລີ່ມໃນລະຫວ່າງວັນທີ 20-31 ພຶດສະພາ 2024 ຊຶ່ງຈະຈັດເປັນຂະບວນການໃຫຍ່ໃນທຸກແຂວງ ທຸກເມືອງໃນຂອບເຂດທົ່ວປະເທດ ຊຶ່ງວັກຊິນກັນພະຍາດດັ່ງກ່າວສາມາດສັກໄດ້ທີ່ສຸກສາລາທຸກແຫ່ງທົ່ວປະເທດ, ໂຮງໝໍເມືອງ, ແຂວງ, ສູນກາງໂດຍບໍ່ເສຍຄ່າ.