ພະນັກງານລາວຊຸດທໍາອິດທີ່ຈະເຮັດວຽກຢູ່ ໂຄງການທາງລົດໄຟລາວ–ຈີນ ຈໍານວນ 210 ຄົນ ໄດ້ ສຳເລັດການຝຶກອົບຮົມ ທິດສະດີທາງລົດໄຟ ແລະ ຈະເລີ່ມສືບຕໍ່ຝຶກອົບຮົມຕົວຈິງຢູ່ເມືອງຄຸນໝິງ ສປ ຈີນໃນທ້າຍເດືອນມັງກອນ 2021 ນີ້.
ພິທີມອບຮັບໃບຢັ້ງຢືນກ່ຽວກັບການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 15 ມັງກອນ 2021 ທີ່ຜ່ານມາ ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ມອບ ໂດຍທ່ານ Xiao Qianwen ຜູ້ອຳ ນວຍການໃຫຍ່ບໍລິສັດລົດໄຟລາວ – ຈີນ ຈຳກັດ.
ພະນັກງານລາວຊຸດດັ່ງກ່າວໄດ້ເລີ່ມຮຽນພາສາຈີນໃນເດືອນມິຖຸນາ 2020 ແລະ ຫຼັກສູດທິດສະດີທາງລົດໄຟໃນເດືອນກັນຍາ 2020 ກ່ຽວກັບວຽກງານຂອງຜູ້ຂັບລົດໄຟ, ກົນຈັກ, ຜູ້ປະຕິບັດງານລົດໄຟ, ແລະ ຜູ້ເບິ່ງແຍງຮັກສາທາງລົດໄຟ.
ທາງລົດໄຟລາວ – ຈີນແມ່ນສ່ວນໜຶ່ງ ຂອງເສັ້ນທາງລົດໄຟໃນພາກພື້ນທີ່ເຊື່ອມຕໍ່ລະຫວ່າງເມືອງຄຸນໝິງ ຂອງຈີນ ກັບ ສິງກະໂປ ຜ່ານລາວ, ໄທ ແລະ ມາເລເຊຍ.
ຂ່າວ: ວຽງຈັນທາຍ