Vientiane Times Lao
ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຮ່ວມມືພັດທະນາບຸກຄະລາກອນ ກັບ ວິທະຍາໄລເຕັກນິກສັບພະວິຊາ

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຮ່ວມມືພັດທະນາບຸກຄະລາກອນ ກັບ ວິທະຍາໄລເຕັກນິກສັບພະວິຊາ

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານວິຊາການ ກັບ ວິທະຍາໄລເຕັກນິກສັບພະວິຊາ ເພື່ອແນໃສ່ການພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດ ມີເຕັກນິກວິຊາສະເພາະສູງຂຶ້ນ ແລະ ເພື່ອຍົກສູງຄຸນນະພາບ ເທົ່າທຽມກັບພາກພື້ນ ແລະ ສາກົນ.
ອີງຕາມບົດບັນທຶກການຮ່ວມມືດ້ານວິຊາການດັ່ງກ່າວ ແມ່ນຈະໄດ້ຮ່ວມກັນພັດທະນາຫຼັກສູດການຮຽນ-ການສອນໃໝ່ ໃຫ້ແທດເໝາະກັບຕະຫຼາດແຮງງານ ທີ່ມີຢູ່ໃນປະຈຸບັນ, ສ້າງຫຼັກສູດຝຶກອົບຮົມໄລຍະສັ້ນ ຂອງຂະແໜງທໍລະນີສາດ, ບໍ່ແຮ່, ສິ່ງແວດລ້ອມ ເພື່ອເຮັດໃຫ້ຫຼັກສູດ ແລະ ການຝຶກອົບຮົມ ຂອງຂະແໜງທໍລະນີສາດ, ບໍ່ແຮ່ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ພ້ອມນັ້ນ ຍັງມີບັນດາກິດຈະກໍາການຝຶກອົບຮົມ ການລົງຝຶກງານຂອງນັກສຶກສາ ອື່ນໆຕື່ມອີກ ຊຶ່ງໄລຍະເວລາການຮ່ວມມືກັນແມ່ນ 05 ປີ.
ພິທີເຊັນບົດບັນທຶກການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນວັນທີ 11 ມີນາ 2021 ຜ່ານມານີ້ ທີ່ສະໂມສອນເມືອງອານຸວົງ ລະຫວ່າງ ທ່ານ ບຸນທຽມ ໄຊສົງຄາມ, ກໍາມະການພັກແຂວງ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ທ່ານ ວິໄລພອນ ພົມມະຫາໄຊ, ຮັກສາການອຳນວຍການ ວິທະຍາໄລເຕັກນິກສັບພະວິຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຮ່ວມເປັນສັກຂີພິຍານ.

ຂໍ້ມູນຂ່າວ: ສຸກສັນ ອ້ວນລິທິກຸນ

Related Articles

Leave a Reply