ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍໝໍ້ໄຟລົດໃຫຍ່ ຍີ່ຫໍ້ GS ລວມມີທັງໝົດ 110 ໜ່ວຍ ໃນມື້ນີ້ ທີ່ນະຄອນຫຼວງວຽງຈັນ.
ໝໍ້ໄຟດັ່ງກ່າວເຈົ້າໜ້າທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຢຶດມາຈາກ 7 ຮ້ານ ຍ້ອນວ່າເປັນສິນຄ້າທີ່ລະເມີດເຄື່ອງໝາຍການຄ້າເປັນສິນຄ້າປອມແປງລອກຮຽນແບບ.