ພະແນກໂຄສະນາວຽກງານຈະລາຈອນ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ(ປກສ) ຮ່ວມກັບ ບໍລິສັດ ລ້ານຊ້າງ ປະກັນໄພ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກິດອຸບັດເຫດ ເມື່ອບໍ່ດົນມານີ້ ທີ່ ວິທະຍາໄລ ດົງຄໍາຊ້າງ ນະຄອນຫຼວງວຽງຈັນ.
ທ່ານ ພັຕ ໄມສຸກ ສໍອິນໄຊ, ຮອງຫົວໜ້າ ພະແນກໂຄສະນາວຽກງານຈະລາຈອນ ກົມຕຳຫຼວດ ຈະລາຈອນ ໄດ້ກ່າວວ່າ: ຈຸດປະສົງຄັ້ງນີ້ ເນັ້ນໃສ່ສ້າງຄວາມເຂົ່ໍ້າໃຈໃຫ້ບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາ ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂີ່ລົດ ປອດໄຟຕາມຖະໜົນ, ຄວາມອັນຕະລາຍທີ່ເກີດຈາກອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ, ພ້ອມກັນນັ້ນ ຍັງເລັ່ງໃສ່ວຽກງານການໂຄສະນາສຶກສາອົບຮົມ ປູກຈິດສຳນຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຂົ້າໃຈ ຮັບຮູ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງການສັນຈອນ, ຄວາມເປັນລະບຽບທາງຖະໜົນ ຂອງຜູ້ຂັບຂີ່ ແລະ ອື່ນໆ.
ການໂຄສະນາເຜີຍແຜ່ຄັ້ງນີ້, ຍັງຍົກໃຫ້ເຫັນສາຍເຫດຕົ້ນຕໍການເກີດອຸບັດເຫດສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການດື່ມສິ່ງມືນເມົາແລ້ວຂັບຂີ່ໄວເກີນກຳນົດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງ ບໍ່ຮັບປະກັນ ແລະ ອື່ນໆ ເປັນຕົ້ນເຫດກໍ່ຄວາມເສຍຫາຍທາງດ້ານຊັບສິນ ແລະ ຊິວິດ.
ຂ່າວ: ວຽງຈັນທາຍ


