ລັດຖະບານແຫ່ງ ສປປ ລາວ ຮ່ວມກັບພາກທຸລະກິດ ປຶກສາຫາລື ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ທັງຂັ້ນຂອດໃນການອະນຸຍາດດຳເນີນທຸລະກິດ, ບັນດາເງື່ອນໄຂການເຂົ້າເຖິງແຫຼ່ງທຶນ, ບັນດານິຕິກຳ ແລະ ນະໂຍບາຍຕ່າງໆ ເພື່ອເອື້ອອຳນວຍໃຫ້ການດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຮັບປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ທັງພາກລັດ ແລະ ພາກທຸລະກິດ.
ອີງຕາມການລາຍງານຂອງ ຂ່າວສານປະເທດລາວ, ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈັດຂຶ້ນໃນວັນທີ 2 ເມສາ 2024 ນີ້, ຢູ່ນະຄອນ ຫຼວງວຽງຈັນ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ທີ່ມີເປົ້າໝາຍເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ ແລະ ກຳນົດຍຸດທະສາດ ສຳລັບປີ 2024-2025 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ.
ຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸ ລະກິດ ຄັ້ງທີ 14 ໃນປີ 2023 ນັ້ນ, ມີ 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, ມີ 11 ຂໍ້ສະເໜີ ທີ່ມີຄວາມຄືບໜ້າໃນການແກ້ໄຂ ໃນຂອບເວລາຄັກແນ່. ໃນຂະນະທີ່ ຍັງມີ 3 ຂໍ້ສະເໜີ ທີ່ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.
ບັນດາຂໍ້ສະ ເໜີທີ່ໄດ້ຮັບການແກ້ໄຂ ລວມມີ: ການປັບປຸງຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫຼັກ, ການເສີມຂະຫຍາຍການເຂົ້າເຖິງຂອງລະບົບຂໍ້ມູນຂ່າວສານສິນເຊື່ອ ແລະ ການປັບປຸງ ຂັ້ນຕອນການແຈ້ງພາສີ ໃຫ້ສະດວກຍິ່ງຂຶ້ນ ໂດຍຜ່ານລະບົບທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຮັບຮອງໂຄງສ້າງ ແລະ ຂະບວນການປຶກສາຫາລື ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວຢ່າງເປັນທາງການ.
ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດ ໄດ້ຍົກ 13 ຂໍ້ສະເໜີບູລິມະສິດ ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ, ການສົ່ງເສີມສະຖຽນລະພາບຂອງຂະແໜງການທະນາຄານ, ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງພະລັງງານໄຟຟ້າ, ປັບປຸງນະ ໂຍບາຍ, ມາດຕະການສົ່ງເສີມຂະແໜງທ່ອງທ່ຽວ ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຍົກໃຫ້ເຫັນຄວາມພະຍາຍາມຂອງທຸກພາກ ສ່ວນ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດມາດຕະການ ແລະ ການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ໃນການປັບປຸງດ້ານຄວາມໂປ່ງໃສ, ຄວາມແນ່ນອນຂອງສະ ພາບແວດລ້ອມດ້ານກົດໝາຍ ແລະ ລະບຽບການ ສໍາລັບພາກທຸລະກິດ.
ໂດຍ ທ່ານ ນາຍົກລັດຖະ ມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ຫາທ້ອງຖິ່ນ ໃຫ້ຮ່ວມມືນຳພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະບຸ ແລະ ກຳຈັດອຸປະສັກຕ່າງໆ ທີ່ຕິດພັນກັບການເລີມຕົ້ນທຸລະກິດ.
ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ ເຊິ່ງ ເປົ້າໝາຍຫຼັກຂອງກອງປະຊຸມໃນຄັ້ງນີ້, ເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນ ການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອລະບຸ ແລະ ແກ້ໄຂບັນຫາສຳຄັນ ທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນປະເທດ.