ສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ສຕສ ຫຼື IICT), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດ (HAL) ຮ່ວມມືໂຄງການພັດທະນາຊັບພະຍາກອນມະນຸດ ທາງດ້ານໄອຊີທີ.
ການຮ່ວມມືໃນຄັ້ງນີ້ ເພື່ອພັດທະນາຊັບພະຍາກອນດ້ານໄອຊີທີ ໃຫ້ກັບພາກລັດ ແລະ ເອກະຊົນ, ເປີດກວ້າງໃຫ້ກັບພະນັກງານ, ນັກສຶກສາ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈຢາກຍົກລະດັບຄວາມຮູ້ດ້ານໄອຊີທີ ປະກອບສ່ວນຊຸກຍູ້ແນວທາງການຫັນເປັນດິຈິຕອນຂອງລັດຖະບານ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທາງດ້ານໄອຊີທີຢູ່ ສປປ ລາວ.
ນອກຈາກນັ້ນ, ການຮ່ວມມື ຍັງມີການຝຶກອົບຮົມບຸກຄະລາກອນທາງດ້ານໄອຊີທີ ໃນຂອບເຂດທົ່ວປະເທດ ພາຍໃຕ້ຫຼາຍຫົວຂໍ້: ຝຶກອົບຮົມຫຼັກສູດການພັດທະນາເວັບໄຊ, ຝຶກອົບຮົມຫຼັກສູດການພັດທະນາແອັບມືຖື, ຝຶກອົບຮົມຫຼັກສູດຄວາມປອດໄພທາງດ້ານເຕັກໂນໂລຊີ, ຝຶກອົບຮົມຫຼັກສູດການນຳໃຊ້ AI, ຝຶກອົບຮົມຫຼັກສູດການວິເຄາະຂໍ້ມູນ, ຝຶກອົບຮົມຫຼັກສູດການບໍລິຫານໂຄງການ, ຝຶກອົບຮົມຫຼັກສູດການອອກແບບ UX & UI ແລະ ຫຼັກສູດການອອກແບບກຣາບຟິກ.
ພິທີລົງນາມສັນຍາຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ພຸດ ສີສຸພັນ ອໍານວຍການບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດ, ມີທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມາຢົງເຊິນ ປະທານກຸ່ມບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ: ເຕັກໂນໂລຊີ ແລະ ການສື່ສານ