Vientiane Times Lao
ພາກເອກະຊົນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ວຽກງານສະກັດກັ້ນ ໂຄວິດ-19

ພາກເອກະຊົນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ວຽກງານສະກັດກັ້ນ ໂຄວິດ-19

ບັນດາພາກສ່ວນຜູ້ປະກອບການເອກະຊົນ ທີ່ດໍາເນີນທຸລະກິດໃນ ສປປ ລາວ ສືບຕໍ່ ໃຫ້ການຊ່ວຍເຫຼືອ ເພື່ອສະໜັບສະໜູນວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ພິທີມອບ-ຮັບການຊ່ວຍເຫຼືອຈັດຂື້ນໃນວັນທີ 1 ພຶດສະພາ 2020 ເຊິ່ງມອບໂດຍ ບໍລິສັດເອັສທີກຣຸບ ຮ່ວມກັບທະນາຄານເອັສທີ ຈໍາກັດ ມອບກ້ອງຈັບອຸນຫະພູມ ຈຳນວນ 5 ຊຸດ ມູນຄ່າ 650 ລ້ານກີບ ແລະ ກຸ່ມບໍລິສັດ ດີເອຊເຄ ຈຳກັດ ມອບເງິນສົດຈຳນວນ 100 ລ້ານກີບ ເຊີ່ງຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ໃນພິທີພິທີມອບ-ຮັບການຊ່ວຍເຫຼືອ, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈ ມາຍັງບັນດາບໍລິສັດທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານວັດຖຸ ແລະ ເງິນສົດ ໃຫ້ແກ່ລັດຖະບານ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ບໍ່ໃຫ້ ແຜ່ລາມໃນວົງກວ້າງຢູ່ ສປປ ລາວ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Related Articles

Leave a Reply