ພິທີມອບທຶນຊຸກຍູ້ການສຶກສາ ແບ່ງປັນຄວາມຝັນກັບ SCG ປະຈໍາປີ 2024 ໃຫ້ແກ່ເມືອງເປົ້າໝາຍຂອງ ແຂວງຄໍາມ່ວນໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 25 ກຸມພາ 2025 ຜ່ານມານີ້ຢູ່ທີ່ຮ້ານອາຫານທ່າແຂກໃໝ່ ໂດຍການ ເປັນປະທານຮ່ວມຂອງທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ທ່ານ ທັດໄຊ ທຸນຜົນງານ ຄະນະຜູ້ບໍລິຫານ ບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ , ມີບັນດາທ່ານຕາງໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງຈາກເມືອງເປົ້າໝາຍ, ມີພະ ນັກງານຄູ-ອາຈານຕະຫຼອດເຖິງຕາງໜ້ານັກຮຽນທີ່ໄດ້ຮັບທຶນການສຶກສາຈໍານວນ 15 ນ້ອງ,ຍິງ 11 ນ້ອງ .

ທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງຄໍາມ່ວນໄດ້ກ່າວຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບການມອບໝາຍ ແລະ ເຊື້ອເຊີນເຂົ້າຮ່ວມພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກຮຽນໃນຈໍານວນ 80 ທຶນ, ຍິງ 62 ທຶນ ໃນຈໍາ ນວນໂຮງຮຽນມັດທະຍົມສຶກສາຕອນປາຍລວມ 30 ແຫ່ງໃນ 04 ເມືອງຄື : ທ່າແຂກ, ມະຫາໄຊ, ໜອງບົກ ແລະ ຍົມມະລາດ ຈາກໂຄງການແບ່ງປັນຄວາມຝັນກັບ ເອສຊີຈີ ແຊຣິງ ເດີ ດຣີມ ( SCG Sharing the dream ) ເປັນໜຶ່ງໃນໂຄງການມອບທຶນຊຸກຍູ້ການສຶກ ສາໃຫ້ແກ່ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍໃນຂົງເຂດອາຊຽນຢ່າງຕໍ່ເນື່ອງມາຫຼາຍປີນັບຕັ້ງແຕ່ສ້າງຕັ້ງບໍລິ ສັດ ໂດຍເລີ່ມດໍາເນີນໂຄງການຄັ້ງທໍາອິດໃນປະເທດໄທ ແລະ ໄດ້ຂະຫຍາຍໂຄງການໄປປະເທດອື່ນໆເຊັ່ນ : ຫວຽດນາມ, ອິນໂດເນເຊຍ, ມຽນມາ, ຟີລິບປິນ, ກໍາປູເຈຍ ແລະ ສປປ ລາວ .
ປະຈຸບັນໂຄງການໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນປີລະຫຼາຍກວ່າ 5,000 ຄົນ ທົ່ວຂົງເຂດອາຊຽນ ເພື່ອສົ່ງ ເສີມທຶນການສຶກສາໃຫ້ນັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແຕ່ມີຈຸດປະສົງຢາກຮຽນໃຫ້ສໍາເລັດ ຂັ້ນມັດທະຍົມສຶກສາຕອນປາຍ ແລະ ສືບຕໍ່ຮຽນໃນລະ ດັບສູງຂຶ້ນໄປ, ນັກຮຽນທີ່ຈະໄດ້ຮັບທຶນເປັນຜູ້ທີ່ມີຄຸນ ສົມບັດດີ , ປະຕິບັດກົດລະບຽບຂອງໂຮງຮຽນດີ, ປະ ກອບສ່ວນກິດຈະກໍາຂອງໂຮງຮຽນ ແລະ ສັງຄົມ, ມີຄວາມ ກະຕັນຍູ, ຮູ້ບຸນຄຸນ, ມີຄວາມຫ້າວຫັນຊ່ວຍເຫຼືອຄອບ ຄົວ, ໝູ່ເພື່ອນ ແລະ ມີຜົນການຮຽນຂ້ອນຂ້າງດີ .
ໂຄງການນີ້ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວເຊັ່ນ: ນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນເລີ້ມຕັ້ງແຕ່ສົກ ຮຽນ 2012 – 2013 ແລະ ເລີ້ມສືບຕໍ່ປະຕິບັດມາຮອດ ສົກຮຽນ 2019-2020 ຕົກມາໃນສົກຮຽນ2020 – 2022 ແມ່ນໄດ້ໂຈະການມອບທຶນເນື່ອງຈາກວ່າການແຜ່ ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ທໍາການສືບຕໍ່ ມອບທຶນສົກຮຽນ 2022 – 2025. ສະເພາະແຂວງ ຄໍາມ່ວນໄດ້ຮັບທຶນການສຶກສາເລີ່ມຕັ້ງແຕ່ສົກຮຽນ 2014 – 2015 ໄດ້ຮັບທຶນ 50 ທຶນ, ສົກຮຽນ 2015 – 2016 ໄດ້ຮັບທຶນ 80 ທຶນ, ສົກຮຽນ 2016 – 2017 ໄດ້ຮັບທຶນ 100 ທຶນ, ສົກຮຽນ 2017 – 2020 ໄດ້ຮັບ ທຶນ 140 ທຶນ, ໂຈະຮັບທຶນ 2020-2022 ຍ້ອນການ ແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ໃນສົກ ຮຽນ 2022 – 2023 ໄດ້ຮັບທຶນ 110 ທຶນ ຕົກມາໃນ ສົກຮຽນ 2023 – 2024 ໄດ້ຮັບທຶນ 100 ທຶນ ແລະ ໄດ້ ຮັບທຶນສົກຮຽນ 2024 – 2025 ຈໍານວນ 80 ທຶນ .
ສໍາລັບທຶນການສຶກສາໃນສົກປີ 2025 – 2026 ແມ່ນຈະໄດ້ ມອບໃນທ້າຍປີ 2025, ສະເພາະແຂວງຄໍາມ່ວນນັບແຕ່ ເລີ່ມຕົ້ນຈົນເຖິງປະຈຸບັນແມ່ນໄດ້ຮັບທຶນການສຶກສາຈາກ ໂຄງການໄປແລ້ວຈໍານວນ 660 ທຶນ. ໃນທິດທາງຕໍ່ໜ້າ ນອກຈາກທຶນການສຶກສາແລ້ວທາງພະແນກສຶກສາຍັງ ຕ້ອງການຄວາມຊ່ວຍເຫຼືອໃນດ້ານຝຶກວິຊາຊີບໃຫ້ນັກ ຮຽນຕື່ມອີກໂດຍສະເພາະນັກຮຽນທີ່ຈົບຊັ້ນມັດທະຍົມໄປແລ້ວໃຫ້ມີວຽກເຮັດງານທໍາສ້າງເສດຖະກິດຊ່ວຍຄອບຄົວ ແລະ ສາມາດກຸ້ມຕົນເອງໄດ້ .
ທ່ານ ທັດໄຊ ທຸນຜົນງານ ຄະນະຜູ້ບໍລິຫານ ບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດໄດ້ກ່າວວ່າ : ວັດຖຸປະສົງຂອງໂຄງ ການ SCG Sharing the dream ແມ່ນການເລີ່ມ ຕົ້ນໃຫ້ທຶນການສຶກສາຢູ່ເມືອງມະຫາໄຊກ່ອນເນື່ອງຈາກເປັນຈຸດທີ່ຕັ້ງຂອງໂຮງງານ ຄໍາມ່ວນ ຊີມັງ ແລະ ຈຸດອ້ອມຮອບໂຮງງານຫຼັງຈາກນັ້ນແມ່ນໄດ້ຂະຫຍາຍໄປສູ່ເມືອງອື່ນໆເຊັ່ນ : ເມືອງຍົມມະລາດ ,ເມືອງທ່າແຂກ ແລະ ເມືອງໜອງບົກ . ແຕ່ໃນອະນາຄົດຄາດວ່າຈະໄດ້ຂະຫຍາຍໄປຍັງເມືອງອື່ນໆຕື່ມອີກ ເຊິ່ງໃນປະຈຸບັນເນື່ອງຈາກຂໍ້ຈໍາກັດທາງດ້ານງົບປະມານ . ສໍາລັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາແມ່ນປະສົບຜົນສໍາເລັດເປັນທີ່ໜ້າພໍໃຈເນື່ອງຈາກໄດ້ຊ່ວຍແບ່ງປັນຝັນ ແລະ ກໍາລັງໃຈໃຫ້ສັງຄົມກໍ່ຄືນ້ອງນັກຮຽນທີ່ຢາກໄປຮຽນຕໍ່ເພື່ອໃຫ້ຄຸນນະພາບຊີວິດທີ່ດີຂຶ້ນ . ພ້ອມນັ້ນທ່ານຍັງໄດ້ກ່າວເຖິງການມີສ່ວນຮ່ວມລະຫວ່າງແຂວງ ແລະ ບໍລິສັດຕໍ່ວຽກງານພັດທະນາເສັ້ນທາງ 001 F ຢູ່ເມືອງມະຫາໄຊເຊິ່ງມີໄລຍະທາງຍາວທັງໝົດ 8,5 ກິໂລແມັດຄາດວ່າຈະໃຫ້ສໍາເລັດໃນເດືອນພຶດສະພາປີນີ້ . ສໍາລັບປີນີ້ແມ່ນເປັນປີພິເສດເຊິ່ງແມ່ນຄົບຮອບ 75 ປີຂອງການສ້າງຕັ້ງສາຍສໍາພັນທາງການທູດລາວ-ໄທໂດຍທີ່ທາງບໍລິສັດແມ່ນໄດ້ຮັບຄໍາແນະນໍາຈາກທ່ານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃຫ້ຊ່ວຍພິຈາລະນາໃນການສະໜອງທຶນສະໜັບສະໜູນການພັດທະນາດ້ານສັງຄົມໃຫ້ຫຼາຍຂຶ້ນ .
ນາງ ແພນເຄັກ ບຸດຈະເລີນ ອາຍຸ 17 ປີ ຮຽນຢູ່ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງເຊິ່ງຮຽນຢູ່ຂັ້ນມໍ7 ປະຈຸບັນຢູ່ບ້ານຕານ , ເມືອງທ່າແຂກ , ແຂວງຄໍາມ່ວນໄດ້ຕາງໜ້ານ້ອງນັກຮຽນທີ່ຮັບທຶນໄດ້ກ່າວສະແດງຄວາມຮູ້ສຶກຂອງຕົນວ່າ : ຫຼານເອງແມ່ນຜູ້ໜຶ່ງທີ່ໄດ້ຮັບທຶນການສຶກສາຈາກໂຄງການ SCG Sharing the dream ເຊິ່ງມີຄວາມຮູ້ສຶກດີໃຈ ແລະ ຂອບໃຈມາຍັງບັນດາຜູ້ໃຫຍ່ໃຈດີ SCG ທີ່ໄດ້ມອບທຶນໃຫ້ໃນຄັ້ງນີ້ ແລະ ໃຫ້ໂອກາດແກ່ຫຼານ ໂດຍຫຼານຈະນໍາໃຊ້ທຶນດັ່ງກ່າວຊຸກຍູ້ສົ່ງເສີມຕົນເອງໃຫ້ໄດ້ຮັບການສຶກສາທີ່ດີຂຶ້ນໂດຍສະເພາະການຮຽນຕໍ່ໃນສາຍວິຊາຊີບ .