ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາ, ສຳຫຼວດ, ອອກແບບໂຄງການສາທິດກະສິກຳສີຂຽວ ແລະ ຍືນຍົງ ຮ່ວມມືລາວ-ຈີນ ລະຫວ່າງ ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມື ລາວ-ຈີນ ກັບ ບໍລິສັດກຸ່ມພັດທະນາການກະເສດວຽງຈັນຈຳກັດ.
ພິທີເຊັນບົດບັນທຶກ ດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນສາທິດ ແລະ ບໍລິການເຕັກນິກຮ່ວມມືລາວ-ຈີນ ແຂວງ ອຸດົມໄຊ ໂດຍການລົງນາມຮ່ວມ ລະຫວ່າງ ທ່ານ ສີຣິພົນ ພິທັກສູນ ຫົວໜ້າສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມືລາວ-ຈີນ, ທ່ານ ຢາງ ຊີ (yang xi) ຜູ້ຈັດການບໍລິສັດກຸ່ມພັດທະນາການກະເສດວຽງຈັນ ຈຳກັດ ແລະ ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ການເຊັນບົດບັນທຶກຄັ້ງນີ້ ເພື່ອເປັນການຮ່ວມມືສະໜັບສະໜູນ, ການຈັດຕັ້ງປະຕິບັດ ວຽກງານການສາທິດ, ການຜະລິດແນວພັນພືດທີ່ດີ, ຊຸກຍູ້, ສົ່ງເສີມ, ແນະນຳ ແລະ ຖ່າຍທອດເຕັກນິກການຜະລິດກະສິກຳແບບໃໝ່ ທີ່ທັນສະໄໝ, ການສະໜອງຂໍ້ມູນຂ່າວສານດ້ານວິຊາການ ເພື່ອປະກອບສ່ວນ ແລະ ຍົກສູງຄຸນນະພາບ ຂອງ ຜະລິດຕະພັນກະສິກຳ ແລະ ພັດທະນາຮູບແບບການຜະລິດກະສິກຳ ໂດຍການປັບປຸງກຳລັງການຜະລິດ ຂອງຊາວກະສິກອນ ໃນ 10 ແຂວງ ຄື: ແຂວງ ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ວຽງຈັນ ແລະ ແຂວງໄຊສົມບູນ.
ທ່ານ ສິຣິພົນ ພິທັກສູນ ໄດ້ກ່າວວ່າ: ຜ່ານການຄົ້ນຄວ້າ ທາງດ້ານວິຊາການ ຂອງສູນຮ່ວມກັບ ກຸ່ມບໍລິສັດ ໃນໄລຍະຜ່ານມາ ເຫັນວ່າ: ບົນພື້ນຖານທ່າແຮງ ແລະ ຄວາມອາດສາມາດ ຂອງ ທັງສອງຝ່າຍທີ່ມີໃນປັດຈຸບັນ ແລະ ອະນາຄົດ, ຈະສາມາດໝູນໃຊ້ທ່າແຮງຂອງຕົນທີ່ມີ ເຂົ້າໃນການຈັດຕັ້ງປະຕິບັດ ການສຶກສາຄວາມເປັນໄປໄດ້ ແລະ ອອກແບບໂຄງການ ການພັດທະນາ ສ້າງສູນສາທິດກະສິກຳສີຂຽວ ແລະ ຍືນຍົງ ລາວ-ຈີນ ເພື່ອແນໃສ່ ຫັນລະບົບບໍລິການກະສິກຳ ໃຫ້ເປັນຕົວແບບ ການພັດທະນາກະສິກຳສີຂຽວ ແລະ ຍືນຍົງ, ເປັນສະຖານທີ່ ໃນການຄົ້ນຄວ້າ, ທົດສອບ, ວິໄຈ ແລະ ແລກປ່ຽນຄວາມຮູ້, ຖ່າຍທອດເຕັກນິກວິຊາການກະສິກຳ ທີ່ທັນສະໄໝ, ພ້ອມທັງສະໜອງແນວພັນພືດທີ່ດີ, ມີປະສິດທິພາບສູງ ໃຫ້ແກ່ ປະຊາຊົນ, ກຸ່ມຊາວກະສິກອນ ແລະ ຜູ້ປະກອບການ ແລະ ເປັນສູນວິໄຈ SPS ທີ່ສາມາດເຊື່ອມໂຍງ ແລະ ຖືກຮອງຮັບ ຈາກ ສປ ຈີນ ຮັບປະກັນ ການຢັ້ງຢືນຄຸນນະພາບ ຂອງ ຜະລິດຕະພັນກະສິກຳ ທີ່ສົ່ງອອກ ແລະ ນຳເຂົ້າ ໃນອະນາຄົດອັນໃກ້ນີ້.
ຂໍ້ມູນຈາກ: ຂ່າວສານກະສິກຳ